วันจันทร์ที่ 16 มีนาคม พ.ศ. 2558

ວິທີຂຽນໂປຣແກຣມໃຫ້ເປັນ ຫຼື ປະສົບຜົນສຳເລັດໃນການຮຽນສາຍຄອມພິວເຕີ



ຂໍອະໄພໄວ້ກ່ອນ ໂພດນີ້ຂັດກັບຄວາມຄິດຂອງທ່ານ
ອັນນີ້ກະເປັນປະສົບການຂອງຂ້ອຍເນາະ ທີ່ພົບເຈີມາ ເຊີ່ງຂ້ອຍໃຊ້ເວລາຫຼາຍປີ ກັບການລອງຜິດລອງຖືກໃນການຮຽນສາຍ ຄອມພິວເຕີ ເຊີ່ງຂ້ອຍຈະບອກເທັກນິກໃນການຮຽນຮູ້ໃຫ້ໄດ້ຜົນດີມາບອກ:
1.   ບັນຫາຂອງນັກຣຽນສ່ວນໃຫ່ຍໃນການຮຽນແມ່ນ ບໍ່ຮູ້ໂຕເອງມັກຮຽນຫຍັງ ເວັບກະມັກ ຂຽນໂປຣແກມກະມັກ ເນັດເວີກກະມັກ ກຣາບຟິກກະມັກ  ເຊີ່ງສີ່ງທີ່ເຮົາມັກທັງໝົດນີ້ຕ້ອງຈັດລຽງລະດັບຄວາມມັກຂອງເຮົາກ່ອນວ່າມັກອັນໃດຫຼາຍ ແລ້ວກະລົງເລີກສີ່ງນັ້ນກ່ອນເປັນອັນດັບທຳອິດ ຄວາມໝາຍຂອງຄຳວ່າລົງເລິກນັ້ນບໍ່ໄດ້ໝາຍຄວາມວ່າຈະຮຽນແຕ່ສິ່ງນັ້ນຢ່າງດຽວ ແຕ່ຈະຮຽນສິ່ງທີ່ມັກນັ້ນຫຼາຍກວ່າໝູ່ ຕົວຢ່າງວ່າ ມັກຂຽນໂປແກມຊະ ເຊີ່ງເຮົາອາດຈະມີເວລາວ່າງມື້ລະ 3 ຊົ່ວໂມງ ຫຼື ຫຼາຍກ່ວານັ້ນ ກະແບ່ງເວລາຮຽນຂຽນໂປແກມນັ້ນຈັກ 2 ຊົ່ວໂມງ ກາຍນັ້ນຢາກຮຽນຫຍັງກະຮຽນ ບໍ່ມີໃຜຮ້າຍ ທີ່ສຳຄັນຖ້າເປັນໄປໄດ້ກະຢາກໃຫ້ຮຽນສິ່ງທີມັກນັ້ນທຸກມື້ ເພື່ອເປັນການຊ້ອມໄວ້ ແລະໃຫ້ຄຸ້ນເຄີຍ
2.   ບັນຫາຂອງການຮຽນສ່ວນໃຫຍ່ແມ່ນ ເວລາຕິດບັນຫາແລ້ວ ບໍ່ຮູ້ຊິຖາມໃຜ ອັນນີ້ສຳຄັນຫຼາຍ ອັນທຳອິດທີ່ແນະນຳເລີຍຄື ຊ່ວຍໂຕເອງ ບໍ່ແມ່ນຊ່ວຍໂຕເອງເລື່ອງນັ້ນເດີ້ . ຊ່ວຍໂຕເອງເລື່ອງການແກ້ບັນຫາກ່ອນ ຖ້າຂຽນໂປແກມນີ້ສິ່ງທີ່ຕ້ອງພົບແນ່ນອນຄື error ເຊີ່ງເປັນເລື່ອງທຳມະດາເລີຍເລື່ອງນີ້ ບໍ່ໃຫ້ຕົກໃຈ ມັນຈະຄ່ອຍໆຫາຍໄປເອງຖ້າສີມືຂອງທ່ານພັດທະນາຂື້ນ ຍີ່ງຮຽນຫຼາຍປີໂອກາດທີ່ຈະເກີດ error ຍີ່ງໜ້ອຍລົງ
3.   ຕິດບັນແລ້ວຈະໄປຖາມໃຜ ແນະນຳເລີຍ Google ນີ້ແມ່ນອາຈານຂອງຄົນທັງໂລກ ຫຼາຍຄົນກະປະສົບຄວາມສຳເລັດໃນຊີວິດຍ້ອນ Google ມາແລ້ວ ວິທີທີ່ຈະໄປຖາມນັ້ນ ໃຫ້ເອົາຄຳສັບທີ່ມັນ error ອອກມາ ແລ້ວໄປຊອກນຳ Google ເຊີ່ງບັນຫາທີ່ເຮົາພົບນັ້ນຄົນອື່ນຈະພົບມາກ່ອນເຮົາແລ້ວ ຫຼື ມີອີກວິທີໜື່ງກະໄປໂພດຕາມກຣູບທີ່ສອນຂຽນໂປແກມກະໄດ້ ຫຼືມາໂພດຢູ່ກຣູບພວກເຮົາກະໄດ້ Laocourse ຍິນດີຊ່ວຍສະເໝີ
4.   ໃຫ້ຄິດວ່າທຸກຢ່າງຕ້ອງໃຊ້ເວລາໃນການຮຽນຮູ້ ທຸກຄົນມີການຮັບຮູ້ທີ່ແຕກຕ່າງກັນເປັນເລື່ອງທຳມະດາ ບາງຄົນຮຽນຮູ້ໄວ ບາງຄົນຮຽນຮູ້ຊ້າ ແຕ່ທີ່ສຳຄັນເລີຍຄືຄວາມອົດທົນ ແລະ ຄວາມດຸໝັ່ນ ແລະ ມີເປົ້າໝາຍໃນການຮຽນ ອາດຈະຕັ້ງເປົ້າໝາຍວ່າ ຮຽນຂຽນໂປແກມໃຫ້ເປັນຊະ ຫຼື ຂຽນເວັບໃຫ້ເປັນ ຫຼື ຂຽນແອ໋ບໃຫ້ເປັນ ຫຼື ສີ່ງທີ່ເຮົາມັກ ອື່ນໆ ຢ່າງໜ້ອຍກະໃຫ້ເປັນຈັກອັນໜືງກະດີ
5.   ຢ່າໄປສືກສາພື້ນຖານຫຼາຍຈົນເກີນໄປ : ພື້ນຖານເປັນສີ່ງທີ່ສຳຄັນແຕ່ກໍ່ບໍ່ຕ້ອງໄປສືກສາມັນຈົນໝົດກະໄດ້ ສືກສາແຕ່ໂຕທີ່ໄດ້ໃຊ້ງານເລື່ອຍໆກ່ອນ ສ່ວນໃຫຍ່ບ້ານເຮົາແມ່ນໄດ້ຂຽນໂປແກມທີ່ກ່ຽວກັບຖານຂໍ້ມູນ  ເຮົາກະຄວນສືກສາແຕ່ພື້ນຖານການຂຽນໂປແກມທີ່ຕິດຕໍ່ກັບຖານຂໍ້ມູນກ່ອນ ສ່ວນພື້ນຖານອື່ນໆກະຄ່ອຍສືກສາໄປ ແລະ ທີ່ສຳຄັນລອງເຮັດໂຕຈິງເລີຍ
6.   ປານໃດຈັ່ງຊິຂຽນໂປແກມເປັນ ອັນນີ້ບໍ່ມີໃຜຕອບໄດ້ເນາະ ທ່ານຈະຮັບຮູ້ເອງເມື່ອເວລາຜ່ານໄປ ອາດຈະໃຊ້ເວລາຫຼາຍ ຫຼື ໜ້ອຍ ຂື້ນກັບການຝືກຜົນຂອງເຮົາເອງ ຮຽນຕະຫຼອດກະເປັນໄວ ທຸກຄົນຂຽນເປັນແນ່ນອນຂໍພຽງຢ່າເຊົາຂຽນ ຖ້າລົ້ມເລີກກ່ອນທ່ານຈະຈົບຢູ່ບ່ອນນັ້ນແນ່ນອນ
7.   ເຊື່ອໃນຕົວເອງ : ໃຫ້ທ່ານບອກໂຕເອງເລີຍວ່າ ເຮົາກະເຮັດໄດ້, ຄົນອື່ນກະຍັງເຮັດໄດ້ ເປັນຫຍັງເຮົາຊິເຮັດບໍ່ໄດ້ ການຮຽນຂຽນໂປແກມນີ້ບໍ່ໄດ້ໃຊ້ທືນຫຍັງຫຼາຍເລີຍ ມີຄອມພິວເຕີ ກັບ ບ່ອນສຽບໄຟກະພໍແລ້ວ ບໍ່ໄດອາໃສໜ້າຕາ ບໍ່ໄດ້ອາໃສລວງສູງ ບໍ່ຈຳກັດເພດ ອາຍຸ ສະນັ້ນບໍ່ມີຫັຍງຈຳກັດທ່ານເລີຍ
8.   ຢ່າເສຍດາຍເງິນທີ່ເອົາໄປຊື້ຄວາມຮູ້ ເຊັ່ນວ່າ ຊື້ ປື້ມ ຊີດີສອນຕ່າງໆ ຫຼື ຫຼັກສູດທີ່ໄປຮຽນ ທັງໝົດນີ້້ໃຫ້ປະໂຫຍດແກ່ທ່ານທັງນັ້ນ ມີໂອກາດກະຮຽນໄປຢ່າເສຍດາຍເງິນ ຖ້າເຮົາຂຽນເປັນແລ້ວມັນຈະໃຫ້ຄ່າຕອບແທນຫຼາຍກວ່າເງິນທີທ່ານຈ່າຍໄປຫຼາຍຮ້ອຍເທົ່າ
9.   ຢ່າປິດກັ້ນໂຕເອງ ຮຽນຫຼາຍໆ ພາສາໂລດ ຮຽນໄດ້ຫຼາຍໂອກາດຫາເງິນກະມີຫຼາຍ ເວັບກະຂຽນ ໂປແກມກະຂຽນ ມີລາຍຮັບຫຼາຍທາງ
10. ລອງສ້າງຈັກ 1 ໂປເຈັກ ເປັນໂປເຈັກນ້ອຍໆກະໄດ້ ອາດຈະສ້າງ ລະບົບເກັບກຳ ລາຍຊື່ພະນັກງານ ລະບົບຮ້ານຄ້າ ຫຼື ອື່ນໆ ຖ້າສ້າງສຳເລັດ 1 ໂປເຈັກແລ້ວ ໂປເຈັກຕໍ່ໄປກໍ່ບໍ່ຍາກເລີຍ
ກ່ອນຈະຈົບບົດຄວາມນີ້ກະຂໍຂອບໃຈ ອ້າຍຄົນໜື່ງທີ່ຊ່ວຍເຫຼືອໃນການເລີ່ມຮຽນຂຽນໂປແກມຂອງຂ້ອຍ ເຊີ່ງຖ້າເພີ່ນບໍ່ແນະນຳຫຼືໃຫ້ການຊ່ວຍເຫຼືອໃນມື້ນັ້ນ ອາດຈະບໍ່ມີມື້ນີ້ກະເປັນໄດ້ ຂອບໃຈອ້າຍ Kitsana Inthavong ຫຼາຍໆ ມີໂອກາດຈະໄປລ້ຽງເບຍຕອບແທນຈັກບາດ. 

www.laosmartsoft.com

ເປັນໂປແກມເມີຕ້ອງ ຢ່າຍືດຕິດ



ມີໂປແກມເມີຜູ້ໜື່ງເວົ້າໃນງານແນະນຳວິທີສ້າງກາຕູນ ລາວເວົ້າວ່າ ຢ່າຮຽນເລີຍ ພາສາ VB.net ມັນເອົາໄປຕໍ່ໍ່ຍອດບໍ່ໄດ້ ເຂົາບໍ່ນິຍົມ ມັນບໍ່ສະຖຽນ ໄປຮຽນ C# ດີກວ່າ.
ຂ້ອຍໄດ້ຟັງແນວນັ້ນຂ້ອຍຮູ້ເລີຍວ່າລາວຂຽນ VB ບໍ່ເປັນ ແລະ ບໍ່ໄດ້ສືກສາມັນເລີຍ ຖ້າຄົນທີ່ຂຽນເປັນເຂົາຈະບໍ່ເວົ້າແນວນັ້ນເດັດຂາດ ແລະ ອີກຢ່າງໜື່ງລາວສະແດງໃຫ້ຮູ້ເລີຍວ່າລາວດູຖູກພາສາທີ່ຄົນອື່ນໃຊ້ຫາເງິນຫາຄຳ ພຽງເພາະລາວບໍ່ມັກພາສາ VB ເທົ່ານັ້ນ
ຖ້າໂປແກມເມີມືອາຊີບແລ້ວ ເຂົາຈະຮຽນໃຫ້ໄດ້ຫຼາຍພາສາຍິ່ງດີ ທຸກພາສາ ມີຂໍ້ດີ ຂໍ້ເສຍໝົດ ເລືອກພາສາໃຫ້ເໝາະກັບໜ້າວຽກ. ໄດ້ພາສາດຽວທຸກມື້ນີ້ຍັງບໍ່ພໍ ຕ້ອງຮຽນໄປເລື່ອຍໆ ຢ່າຍືດຕິດ ທຸກພາສາສ້າງລາຍໄດ້ໃຫ້ທ່ານໄດ້ໝົດ. 

ແນະນຳ laosmartsoft.com