วันพฤหัสบดีที่ 30 กรกฎาคม พ.ศ. 2558

ການວາງແຜນສຳລັບການຮຽນຂຽນໂປຣແກຣມ

ສຳລັບທ່ານທີ່ຮຽນຂຽນໂປຣແກຣມໃໝ່ແລ້ວ ອາດຈະຍັງບໍ່ຮູ້ວ່າຈະຮຽນແນວໃດ ຈະເລີ່ມຈາກຈຸດໃດ
ແລະ ຈະຂຽນຫຍັງ

ມື້ນີ້ຂ້ອຍຈະມາແນະນຳ ການວາງແຜນໃນການຂຽນໂປຣແກຣມ ສຳລັບຄົນທີ່ຮຽນໃໝ່ວ່າຈະເຮັດແນວໃດ ໃຫ້ມີປະສິດທິພາບ ຫຼາຍທີ່ສຸດ

ກ່ອນອື່ນທີ່ຢາກແນະນຳ ຄື : ຕ້ອງສຳຫຼວດຄວາມຮູ້ຕົວເອງກ່ອນວ່າຮູ້ຫຼາຍຊ່ຳໃດແລ້ວ ພື້ນຖານການຂຽນໂປຣແກຣມເຮົາຮູ້ຫຼາຍແລ້ວບໍ່ ຕົວຢ່າງເຊັ່ນ:ຈຳພວກ if else,loop,oop ທ່ານຂຽນມັນເປັນແລ້ວບໍ່ ເຂົ້າໃຈໃຊ້ງານມັນບໍ່   ຖ້າຍັງບໍ່ເຂົ້າໃຈຂ້ອຍແນະນຳໃຫ້ຮຽນມັນຈົນເປັນກ່ອນ ເອົາຈົນຈື່ ພຸ້ນລະ ເພາະມັນສຳຄັນຫຼາຍໃນພາຍໜ້າ ຖ້າຍັງບໍ່ເຂົ້າໃຈທ່ານກໍ່ຈະໄປຕໍ່ຍາກ ຍ້ອນທ່ານຂາດພື້ນຖານ, ຈຳພວກ ບວກ ລົບ ຄູນ ຫານ ທ່ານກໍ່ຕ້ອງຂຽນໃຫ້ເປັນເຊັ່ນກັນ

ໃຫ້ທ່ານຕັ້ງເປົ້າໝາຍວ່າ ໃນອາທິດນີ້ຈະຂຽນຈຳພວກ if else ໃຫ້ມັນເປັນ ແລະ ອາທິດຕໍ່ໄປຈະຮຽນຈຳພວກ loop.
              ທ່ານຕ້ອງຕັ້ງເປົ້າໝາຍ ຖ້າບໍ່ດັ່ງນັ້ນທ່ານຈະບໍ່ຮູ້ວ່າຈະເລີ່ມແນວໃດ ຖ້າທ່ານຮຽນທຸກມື້ ຂ້ອຍຄິດວ່າຈຳພວກ if else ນັ້ນທ່ານຂຽນເປັນແນ່ນອນໃນໄລຍະເວລາ 1 ອາທິດ ບາງທີຮຽນມັນມື້ດຽວທ່ານອາດຈະເຂົ້າໃຈແລ້ວ
ຖ້າທ່ານຕັ້ງໃຈແທ້ ນອກຈາກທ່ານຈະບໍ່ຈິງຈັງກັບມັນ

ຖ້າທ່ານຂຽນຈຳພວກ if else ເປັນ ແລະ ເຂົ້າໃຈມັນ ຕາມເປົ້າໝາຍທີ່ທ່ານຕັ້ງໄວ້ ທ່ານຈະເກີດມີແຮງບັນດານໃຈ ແລະ ເຊື່ອໝັ້ນ ໃນຕົນເອງວ່າທ່ານເຮັດໄດ້ ແລະ ມີກຳລັງໃຈໃນການຮຽນຂັ້ນຕໍ່ໄປ.

ໃຫ້ທ່ານຕັ້ງເປົ້າໝາຍແບບນີ້ໄປຕະຫຼອດ ແລ້ວທ່ານຈະຮູ້ວ່າ ທ່ານກໍ່ມີຄວາມສາມາດ ຂຽນໄດ້ຄືຄົນອື່ນ

ສິ່ງທີ່ຢາກແນະນຳ

ໃຫ້ທ່ານຄ່ອຍໆເປັນ ຄ່ອຍໆໄປ ຢ່າໃຈຮ້ອນ ໃຫ້ເຂົ້າໃຈວ່າທຸກຢ່າງຕ້ອງໃຊ້ເວລາເຝິກຜົນ ເຮົາບໍ່ແມ່ນຄົນອັດສະລິຍະ ບໍ່ແມ່ນເທວະດາ ບໍ່ແມ່ນຄົນວິເສດວິໂສ ມາຈາກໃສ ທີ່ຈະເກັ່ງໃນເວລາສັ້ນໆ ຕ້ອງເຝິກຜົນກ່ອນມັນຈືງຈະກ້າວໄປໜ້າແບບໝັ້ນໃຈ

ຊິຍົກຕົວຢ່າງໃຫ້ເຫັນພາບ
ທ່ານເບີ່ງຖ່າຍທອດສົດ ການແຂ່ງຂັນລົດຈັກ Moto GP ທ່ານເກີດມີຄວາມສົນໃຈ ໃຈຂື້ນ ຢາກເປັນນັກແຂ່ງລົດຄືເຂົາເຈົ້າ ແລ້ວຈັບລົດໂຕເອງໄປແຂ່ງແບບນັ້ນ ບອກໄດ້ສອງຄຳວ່າ : ເຈັບ ກັບ ຕາຍ , ຍ້ອນທ່ານບໍ່ມີພື້ນຖານການແຂ່ງລົດເລີຍ ມີແຕ່ພື້ນຖານການຂີ່ລົດຕາມທ້ອງຖະໜົນທຳມະດາ

ທ່ານບໍ່ຮູ້ຊ້ຳວ່າ ເວລາຈະເຂົ້າໂຄ້ງຕ້ອງເຮັດແນວໃດ, ທ່ານຕ້ອງບັງຄັບລົດແນວໃດເວລາທີ່ໃຊ້ຄວາມໄວສູງຈື່ງຈະບໍ່ລົ້ມງ່າຍໆ

 ການຂຽນໂປຣແກຣມກໍ່ເຊັ່ນກັນ ຢູ່ດີໆ ຈະມາຂຽນໃຫ້ເປັນໃນເວລາສັ້ນໆ ມັນກໍ່ຍາກ ຍ້ອນບໍ່ມີພື້ນຖານການຂຽນໂປຣແກຣມເລີຍ ສະນັ້ນກໍ່ໃຈເຢັນໆ ຮຽນພື້ນຖານໃຫ້ເປັນກ່ອນ ແລ້ວຄ່ອຍໆຮຽນອັນຍາກຂື້ນ

ຖ້າທ່ານຢາກມີແຮງບັນດານໃຈໃຫ້ທ່ານເບີ່ງ Messi ກັບ Ronaldo ລອງຄົ້ນປະຫວັດເຂົາເຈົ້າວ່າ ເຂົາເຈົ້າເຕະບານຈັກປີແລ້ວ ຈັ່ງເກັ່ງລະດັບໂລກແນວນັ້ນ ຄຳຕອບທີ່ໄດ້ກໍ່ຄືເຕະມາແຕ່ນ້ອຍໆພຸ້ນ ຈົນຮອດປັດຈຸບັນກໍ່ ຊາວປາຍປີແລ້ວທີ່ເຕະບານ ເຫັນບໍ່ວ່າເຂົາເຈົ້າຍັງໃຊ້ເວລາເຝິກຜົນ ເກັບປະສົບການ ແລະ ຮຽນຮູ້ຫຼາຍປີຊ່ຳໃດ ຈືງເກັ່ງແບບນັ້ນ

ຍົກຕົວຢ່າງ ໃນວົງການໂປຣແກຣມເມີ ເຊັ່ນ mark zuckerberg ເຈົ້າຂອງ facebook ລາວກໍ່ຂຽນໂປຣແກຣມແຕ່ນ້ອຍໆເຊັ່ນກັນ ສະສົມປະສົບການຫຼາຍປີຈື່ງເກັ່ງ ແລະ ລ່ຳລວຍແບບນັ້ນ

ລອງຖາມຕົວເອງ ແລ້ວເຮົາເດ ຂຽນໂປຣແກຣມຈັກປີແລ້ວ , ເຮົາກໍ່ເປັນຄົນຄືເຂົາເຈົ້ານັ້ນລະ ກໍ່ຕ້ອງໃຊ້ເວລາເຝິກຜົນຄືກັນ ຈື່ງຈະເກັ່ງ ຂື້ນກັບວ່າທ່ານມີຄວາມອົດທົນຫຼາຍຊ່ຳໃດ

ບອກໄດ້ເລີຍວ່າ ບໍ່ມີທາງລັດທີ່ຈະເກັ່ງ ໄດ້ແບບງ່າຍໆ ທຸກຢ່າງຕ້ອງໄດ້ອົດທົນ ເຝິກຜົນ ສະສົມປະສົບການ ລອງຜິດລອງຖືກ ພົບບັນຫາ ພົບອຸປະສັກ ຄືກັນໝົດ




ປືກສາແນວທາງການຂຽນໂປຣແກຣມໄດ້ທີ່: Keooudone Nanhthavilay
Facebook: www.facebook.com/DoneNanhthavilay





วันศุกร์ที่ 24 กรกฎาคม พ.ศ. 2558

ແນວທາງການອ່ານ ebook ແລະ ຮຽນ CD ສອນທີ່ເປັນພາສາອັງກິດໃຫ້ເຂົ້າໃຈ

ຫຼາຍຄົນໆ ຄົງຈະເປັນຄືກັນກັບຂ້ອຍໃນສະໄໝກ່ອນທີ່ ໄດ້ຍິນຄຳວ່າປື້ມ ຫຼື ຊີດີ ສອນທີ່ເປັນພາສາອັງກິດ ແລ້ວ ຫັນໜ້າໜີທັນທີ ຄັນເປັນລີ້ງດາວໂຫຼດທີ່ແຈກໜັງສືຟຣີ ແຕ່ເປັນພາສາອັງກິດ ກໍ່ບໍ່ກົດດາວໂຫຼດຊ້ຳ

ມື້ນີ້ກໍ່ຈະມາແນະນຳແນວທາງໃຫ້ ລຸ້ນນ້ອງ ຫຼື ໝູ່ເພື່ອນທີ່ ຢາກຈະສືກສາໜັງສື ຫຼື ຫຼັກສູດຂອງຕ່າງປະເທດ

ສຳລັບທ່ານທີ່ຢາກຈະເປັນໂປຣແກຣມເມີ ແລ້ວ ໜັງສື ຫຼື ຫຼັກສູດ ທີ່ເປັນພາສາອັງກິດນັ້ນຍີ່ງສຳຄັນຫຼາຍ
ເພາະມັນຈະເປີດຄວາມຮູ້ຂອງທ່ານໃຫ້ຮັບເອົາຄວາມຮູ້ທີ່ກວ້າງ ຈາກຕ່າງປະເທດ ແລະ ນຳມາພັດທະນາຕົນເອງໃຫ້ເກັ່ງຂື້ນ

ແຕ່ກ່ອນຈະໄປອ່ານ ຫຼື ຮຽນຫຼັກສູດຕ່າງປະເທດນັ້ນ ສິ່ງທີ່ຕ້ອງເຮັດແມ່ນ ລືມໄປກ່ອນວ່າມັນ ຍາກ
ແລະ ລືມທຸກຄວາມຄິດທີ່ອັກຄະຕິຕໍ່ພາສາອັງກິດ

ຖ້າທ່ານເປັນຄົນທີ່ຮຽນໃໝ່ ແລະ ພາສາອັງກິດຍັງບໍ່ເກັ່ງ (ຜູ້ຂຽນກໍ່ຍັງ ປູໆ ປາໆ ຄືກັນ) ທ່ານອາດຈະອ່ານພາສາໄທ ໂຕທີ່ມັນເປັນພື້ນຖານກ່ອນ ຕົວຢ່າງ ເຊັ່ນ: ທ່ານຮຽນຂຽນໂປຣແກຣມ ທ່ານສົນໃຈຄຳວ່າ OOP ອັນນີ້ກໍ່ໃຫ້ທ່ານ ຊອກຄວາມໝາຍທີ່ເປັນພາສາໄທ ມາອ່ານກ່ອນ ເພືອໃຫ້ທ່ານເຂົ້າໃຈໃນເບື້ອງຕົ້ນກ່ອນ ຫຼັງຈາກນັ້ນທ່ານຄ່ອຍໄປຊອກອ່ານໜັງສືທີ່ເປັນພາສາອັງກິດ ແລະ ຕົວຢ່າງເຮັດຕາມຕົວຢ່າງຕາມປື້ມທີ່ເປັນພາສາອັງກິດ ເພາະວ່າຖ້າຮຽນນຳໜັງສືໄທ ບາງຫົວອາດຈະຍັງບໍ່ຄົບຖ້ວນ ແລະ ສອນແຕ່ພື້ນຖານຈົນເກີນໄປ

ຖ້າທ່ານເຂົ້າໃຈຄວາມໝາຍທີ່ເປັນ ພາສາໄທແລ້ວ ເວລາຍ້າຍໄປພາສາອັງກິດກໍ່ບໍ່ຍາກປານໃດ ເພາະເຮົາເຂົ້າໃຈແນວທາງມັນແລ້ວ ຖ້າຮຽນໜັງສືທີ່ສອນຂຽນໂປຣແກຣມ ທີ່ເປັນພາສາອັງກິດ ຂ້ອຍຈະແນະນຳໃຫ້ ເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນ ຈະເຂົ້າໃຈຫຼາຍກວ່າ ທີ່ເຮົາຈະໄປນັ່ງອ່ານທິດສະດີ ແລະ ແປໄປເທືອລະໜ້າ ເພາະມັນຈະເຮັດໃຫ້ເຮົາເມື່ອຍ ແລະ ເບື່ອໜ່າຍ ເພາະມັນຍາກ ແລະ ເຮົາເອງແປບໍ່ຖືກປານໃດ

ແຕ່ໜັງສືສອນຂຽນໂປຣແກຣມ ທີ່ເປັນພາ່ສາອັງກິດບາງຫົວກໍ່ບໍ່ໄດ້ໃຊ້ຄຳເວົ້າທີ່ຫຍຸ້ງຍາກ ແລະ ສັບສົນຈົນເກີນໄປ ເຂົາເຈົ້າຈະໃຊ້ຄຳສັບທີ່ງ່າຍໆ ອ່ານແລ້ວ ພໍເດົາໄດ້

ແລ້ວກໍ່ລົງມືເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນເລີຍ ຈື່ງຈະເຫັນພາບທີ່ຊັດເຈນຂື້ນມາ
ມື້ໃດ ຖ້າໃຈດີກໍ່ໃຫ້ຮຽນອ່ານ ແລະ ແປ ນຳກໍ່ດີ ຈື່ງຈະເຮັດໃຫ້ເກັ່ງ ພາສາອັງກິດນຳ

ສະຫຼຸບ ແລ້ວກໍ່ຄື ຊອກອ່ານທິດສະດີທີ່ເປັນພາສາໄທມາອ່ານກ່ອນ ແລະ ປະຕິບັດຕົວຢ່າງຕາມປື້ມພາສາອັງກິດ ຫຼື ຄວບຄູ່ກັນໄປທັງໄທ ແລະ ອັງກິດກໍ່ຍິ່ງດີ

ສຳລັບ ການຮຽນ CD ສອນທີ່ເປັນພາສາອັງກິດ ຈະງ່າຍກວ່າການອ່ານ ໜັງສືທີ່ເປັນພາສາອັງກິດໜ້ອຍໜື່ງ ຍ້ອນວ່າເຂົາເຈົ້າຈະສອນເປັນຂັ້ນຕອນ ແລະ ປະຕິບັດຕາມໄດ້ເລີຍ ໂດຍບໍ່ຕ້ອງຄິດຫຍັງຫຼາຍ ຖ້າຟັງສຳນຽງອອກ ແລະ ແປໄດ້ ກະຟັງໄປ ຖ້າຟັງບໍ່ອອກ ແປບໍ່ໄດ້ ກໍ່ເຮັດຕາມຢ່າງດຽວ

ເຫດຜົນທີ່ບໍ່ຢາກໃຫ້ທ່ານມອງຂ້າມ ໜັງສືທີ່ເປັນພາສາອັງກິດ ກໍ່ຍ້ອນວ່າບາງຢ່າງທີ່ມັນສອນດີ ແລະ ລະອຽດ ເຊີ່ງເຮົາຊອກອ່ານ ຊອກຮຽນເປັນພາສາໄທມັນບໍ່ມີ

ຄິດໄປ ຄິດມາ ຢ່າງໜື່ງກໍ່ເສຍດາຍ ຖ້າເຮົາບໍ່ຮຽນ ບໍ່ອ່ານຫຼັກສູດພາສາອັງກິດ ເພາະຫຼັກສູດຂັ້ນສູງມັກຈະຢູ່ນຳ ພາສາອັງກິດ  ຕົວຢ່າງເຊັ່ນ: ການຂຽນເວັບ Social Network ດ້ວຍ ພາສາ PHP, MySQL ເຊີ່ງພາສາໄທບໍ່ມີ ມີແຕ່ສອນເປັນພາສາອັງກິດ ແລະ ເຮັດແນວໃດເຮົາຈະໄດ້ຮຽນມັນ ຖ້າເຮົາບໍ່ຮຽນເປັນພາສາອັງກິດ
 ອັນນີ້ກໍ່ໜ້າເສຍດາຍ ຖ້າເຮົາປິດໂຕເອງແລະບໍ່ຮຽນມັນ

ຖ້າເຮົາຢາກເກັ່ງແທ້ໆ ຊິຍາກແນວໃດກໍ່ອົດເອົາ ຖ້າອົດບໍ່ໄດ້ ກໍ່ສະແດງວ່າຕົນເອງອ່ອນ ຄວາມອົດທົນຕ່ຳ ອົດສ່ຳນີ້ຍັງບໍ່ໄດ້ ແລ້ວຈະໄປພົບກັບສີ່ງທີ່ມັນຍາກ ແລະ ທ້າທາຍໃນພາຍໜ້າໄດ້ແນວໃດ

ທີ່ແນະນຳຂ້າງເທິງນັ້ນກໍ່ເປັນພຽງແນວທາງໄປປະຕິບັດ ແລະ ຂື້ນກັບຕົວທ່ານເອງທີ່ຈະຍອມປ່ຽນໂຕເອງ ຫຼື ບໍ່

ໃຫ້ທ່ານລອງໄປຄິດ ພິຈາລະນາເບີ່ງວ່າມັນດີ ຫຼື ບໍ່ ຫຼື ຂັດແຍ່ງກັບຄວາມຄິດທ່ານບ່ອນໃດ ແລ້ວ ທ່ານກໍ່ປັບແຕ່ງໃຫ້ເຂົ້າກັບ ຊີວິດຂອງທ່ານ ເພາະທ່ານເປັນຄົນຕັດສິນໃຈເອງຢູ່ແລ້ວ


ຢ່າຟ້າວທໍ້ເດີ້ ຊີວິດນີ້ ມັນຫຍັງຫຼາຍຢ່າງໃຫ້ຮຽນຮູ້ ແລະ ມີອຸປະສັກໄວ້ທົດສອບໃຈຂອງເຈົ້າ ວ່າຈະທົນໄດ້ສ່ຳໃດ





ແກ້ວອຸດອນ ນັນທະວິໄລ
www.laosmartsoft.com


















วันอังคารที่ 7 กรกฎาคม พ.ศ. 2558

ຫຼັກສູດ ສອນເຮັດເຝີ

ມີສອງອ້າຍນ້ອງທີ່ຮັກແພງກັນ ແຕ່ບໍ່ແມ່ນອ້າຍນ້ອງແທ້ໆ  ໄດ້ຮຽນວິທີເຮັດເຝີ ໃນສຳນັກດຽວກັນ

ຫຼັງຈາກທີ່ຈົບຫຼັກສູດແລ້ວ
ຜູ້ເປັນນ້ອງນັ້ນເຮັດເຝີເປັນ ແລະ ມີຄົນຮູ້ຈັກເລື່ອງເຮັດເຝີຫຼາຍສົມຄວນ

ແລະ   ຜູ້ເປັນນ້ອງໄດ້ຊວນອ້າຍວ່າ ຊິເຮັດຫຼັກສູດສອນວິທີເຮັດເຝີນຳກັນ ເອົາສະຖານທີ່ ທີ່ອ້າຍເຊົ່າຢູ່ເປັນທີ່ຕັ້ງ  ເພາະວ່າແນວໃດອ້າຍກໍ່ໄດ້ເຊົ່າຢູ່ແລ້ວ ສ່ວນລາຍໄດ້ແມ່ນແບ່ງກັນຄົນເຄີ່ງ

ຫຼັງຈາກນັ້ນຜູ້ເປັນນ້ອງກໍ່ໄດ້ຄົ້ນຄິດຫຼັກສູດ  ວິທີເຮັດເຝີ ເພື່ອດືງດູດຜູ້ທີ່ຈະມາຮຽນເຮັດເຝີ
ແລະ ໄດ້ອອກໄປຢາຍໃບປິວນຳກັນ ເພື່ອຊອກນັກຮຽນ ຈົນມີນັກຮຽນມາຮຽນ  ແລະ ມີລາຍຮັບເກີດຂື້ນ

ສ່ວນການສອນເຮັດເຝີນັ້ນ ຜູ້ເປັນນ້ອງເປັນຜູ້ສອນທັງໝົດ ຫຼັກສູດກໍ່ຄິດເອງທັງໝົດ ເວລານັກຮຽນກັບບ້ານ ແລະ ຕິດບັນຫາ ຜູ້ເປັນນ້ອງກໍ່ໄດ້ຕອບໃຫ້ທັງໝົດ   ເວົ້າງ່າຍໆກໍ່ຄື Support ນັກຮຽນທຸກຢ່າງກ່ຽວກັບບັນຫາ ເພື່ອໃຫ້ເກີດຄວາມຮູ້ສືກດີ ແລະ ຫວ່າງ ອາຈານ ກັບ ນັກຮຽນ


ສ່ວນຜູ້ເປັນອ້າຍນັ້ນ ເກັບເງີນລົງທະບຽນຢ່າງດຽວ ເພາະລາວເປັນເຈົ້າຂອງສະຖານທີ່  ຈາກທີ່ຕົກລົງກັນວ່າ ປັນກັນຄົນເຄີ່ງນັ້ນ  ຫຼັງຈາກຈົບຫຼັກສູດສອນເຮັດເຝີ ຜູ້ເປັນອ້າຍກໍ່ອ້າງວ່າຕ້ອງໄດ້ຈ່າຍຄ່າໄຟ ຕ່າງ   ແລະ ໃຫ້ນ້ອງອອກຄ່າໄຟຊ່ວຍ  ຜູ້ເປັນນ້ອງກໍ່ເຫັນໃຈ ເລີຍອອກຊ່ວຍ   ຈາກທີ່ຕົກລົງກັນຄົນເຄີ່ງນັ້ນເລີຍບໍ່ໄດ້ຮອດເຄີ່ງຊ້ຳ

ຫຼັງຈາກນັ້ນໄປຫຼາຍເດືອນ ນັກຮຽນກໍ່ເລີ່ມຫຼາຍຂື້ນ ມີລາຍຮັບຫຼາຍຂື້ນ ແລະ ອະນາຄົດເລີ່ມສົດໃສ
ຜູ້ເປັນອ້າຍກໍ່ຢາກຕົກລົງກັນໃໝ່ ເລືອງການແບ່ງປັນຄ່າຕອບແທນ  ໂດຍ ອ້າຍຈະເອົາ 60% ແລະ ໃຫ້ນ້ອງ 40%   ແລະ ອ້າຍຈະອອກຄ່າໄຟ ແລະ ຊອກນັກຮຽນມາໃຫ້   ຜູ້ເປັນນ້ອງກໍ່ຕັດສິນໃຈຍາກ  ເພາະຮູ້ວ່າມັນບໍ່ຄຸ້ມແນ່ນອນ ແຕ່ກໍ່ຕົກລົງ ຍ້ອນຄວາມຈຳເປັນ ເພາະ ຮັບນັກຮຽນມາແລ້ວ


ຫຼັງຈາກທີ່ເປີດສອນແລ້ວ ຜູ້ເປັນນ້ອງໄດ້ໄປເປີດບ່ອນສອນເຮັດເຝີເປັນຂອງຕົນເອງ ເພາະລາວຮູ້ສືກວ່າ ມັນບໍ່ຄຸ້ມຄ່າກັບການທີ່ລາວເປັນຄົນສອນໝົດທຸກຢ່າງ ມັນບໍ່ຄຸ້ມກັບການທີ່ລາວອອກແຮງທຸ່ມເທເລີຍ  ແລະ ອີກຢ່າງຫຼັກສູດກໍ່ລາວເປັນຄົນຄິດຄົ້ນ ແລະ ສອນເອງ ໜ້າຈະບໍ່ມີບັນຫາຫຍັງຖ້າຈະມາເປີດເປັນຂອງຕົນເອງ

ແຕ່ວ່າມັນສ້າງຄວາມບໍ່ພໍໃຈໃຫ້ຜູ້ເປັນອ້າຍແນ່ນອນ ເພາະວ່າຈະບໍ່ມີຄົນຫາເງິນມາໃຫ້ ແລະ ຂາດລາຍຮັບໃນຫຼັກສູດນີ້ແລ້ວ
ລາວໄດ້ເຮັດທຸກວິທີທາງທີ່ຈະເອົາຫຼັກສູດທີ່ນ້ອງຄິດໄປເປັນຂອງຕົນເອງ  ໃຊ້ເລ່ຫຼ່ຽມຕ່າງເພື່ອຢາກໄດ້ຫຼັກສູດນັ້ນ  ແຕ່ຜູ້ເປັນນ້ອງກໍ່ຫາວິທີໃນການປົກປ້ອງຊັບສິນທາງປັນຍາຂອງລາວສຸດຊີວິດ

ຫຼັງຈາກນັ້ນທັງສອງອ້າຍນ້ອງກໍ່ກາຍເປັນຄູ່ແຂ່ງກັນ  ແລະບໍ່ໄດ້ຕິດຕໍ່ກັນອີກເລີຍ


ນິທານເລື່ອງນີ້ສອນໃຫ້ຮູ້ວ່າ

- ຢ່າຮ່ວມການລົງທືນກັບຄົນທີ່ມັກເອົາປຽບເຮົາ ເຖິງຈະແມ່ນ ໝູ່ຄູ່ ຫຼື ຍາດຕິພີ່ນ້ອງກໍ່ຕາມ
- ຖ້າທ່ານຈະເປີດສອນຫຼັກສູດໃດກໍ່ຕາມ ທ່ານຄວນເປັນຄົນຄິດມັນຂື້ນມາເອງ ແລະ ຮູ້ມັນຢ່າງລະອຽດ ໂດຍບໍ່ຫວັງຈະເອົາຫຼັກສູດຄົນອື່ນມາເປັນຂອງຕົນ
- ຢ່າໂລບມາກຈົນເກີນໄປ ຈົນລືມວ່າໃຜເປັນຄົນເຮັດໃຫ້ຫຼັກສູດນັ້ນມັນເດີນຕໍ່ໄປໄດ້
- ອັນໃດທີ່ທ່ານຄິດວ່າມັນບໍ່ຄຸ້ມຄ່າຕໍ່ຕົວທ່ານ ທ່ານກໍ່ຈົ່ງຢ່າໄປອົດທົນກັບມັນ ອອກມາເຮັດເປັນຂອງຕົນເອງຈະດີກວ່າ