วันพุธที่ 25 กุมภาพันธ์ พ.ศ. 2558

5 ຂໍ້ຫ້າມຂອງໂປແກມເມີ

1 ຫ້າມດູຖູກຄົນອາຊີບດຽວກັນ
2 ຫ້າມດູຖູກພາສາອື່ນທີ່ຕົນເອງຍັງຂຽນບໍ່ໄດ້
3 ຫ້າມດູຖູກໂປເຈັກທີ່ຄົນອື່ນເຮັດ ແລະ ອວດວ່າຕົນເອງເກັ່ງກວ່າ
4 ຫ້າມຍືດຕິດກັບພາສາດຽວ
5 ຫ້າມອົດການຊຸມແຊວ (ມີເວລາກະໄປສາງສັນນຳໝູ່ແນ່ເດີ້ )


วันพฤหัสบดีที่ 19 กุมภาพันธ์ พ.ศ. 2558

ການລອງຜິດລອງຖືກດີທີ່ສຸດ

ໃນໂລກຄວາມເປັນຈິງແລ້ວ ບໍ່ມີສິ່ງໃດທີ່ສຳເລັດໂດຍທີ່ບໍ່ມີການລອງຜິດລອງຖືກ
 ຍົກຕົວຢ່າງວ່າເຮົາຫຼີ້ນເກມຊະເນາະ ເຮົາຍັງໄດ້ລອງວ່າວິທີນີ້ມັນຊິໄປໄດ້ບໍ່ ມັນຊິຜ່ານບໍ່ , ຖ້າມັນບໍ່ຜ່ານເຮົາກໍ່ຍັງກັບມາຫຼີ້ນໃໝ່ ແລະ ຫາທາງຫຼີ້ນຈົນມັນຜ່ານ

ການຂຽນໂປແກມກໍ່ເຊັ່ນກັນ ເຮົາກໍ່ຕ້ອງໄດ້ລອງວິທີຕ່າງໆ ເວົ້າງ່າຍໆ ກະແມ່ນການມົ້ວໄປກ່ອນຫັ່ນລະ ມົ້ວຫຼາຍໆເທື່ອ ບວກກັບຫາວິທີແກ້ບັນຫາໃນອິນເຕີເນັດນຳມັນຫາກຜ່ານເອງ . ຄົນທີ່ເຂົາເຈົ້າເກັ່ງນັ້ນ ກໍ່ລ້ວນແຕ່ລອງຜິດລອງຖືກມາໝົດແລ້ວ ເວລາເຮົາໄປເຫັນກະເຈົ້າເຮັດອັນໃດກໍ່ຄືວ່າງ່າຍ ສະບາຍ ບໍ່ມີຂ້ອງຄາ ຍ້ອນວ່າກະເຈົ້າໄດ້ປະສົບການມາຈາກການລອງຜິດລອງຖືກນັ້ນລະ .

ຂຽນໂປແກມຍີ່ງບໍ່ມີຫຍັງເສຍຫາຍ ບໍ່ໄດ້ລົງທືນຫຍັງ ມີຄອມແລ້ວກໍ່ລອງໄດ້ເລີຍ ບໍ່ເຮັດໃຫ້ຄອມເພ ຂຽນບໍ່ອອກກໍ່ລົບຂຽນໃໝ່ ຂຽນບໍ່ອອກກໍ່ບໍ່ມີໃຜຮ້າຍ ໃຜດ່າ ແຖມຍັງເຝີກຄວາມອົດທົນອີກ ຈັກມື້ຫາກຊິຮູ້ວ່າ ມັນບໍ່ເສຍຫາຍເລີຍທີ່ເຮົາລອງຜິດລອງຖືກມາ ແລະ ມັນຄຸ້ມຄ່າຫຼາຍ.

ຢາກໃຫ້ທຸກຄົນເບີ່ງໂລກໃນແງ່ດີ ບໍ່ອັກຄະຕິຕໍ່ພາສາໃດໜື່ງ ແລະ ເປິດໃຈຍອມຮັບ. ຄົນທີ່ເຂົາເກັ່ງກໍ່ຍອມຮັບເຂົາ ສອບຖາມບັນຫາ ແລກປ່ຽນຄວາມຄິດນຳເຂົາ .

ຖ້າເຂົາຂີ້ຄຸຍ ຖາມກະບໍ່ບອກ ແລະ ເວົ້າດູຖູກເຮົາ ກໍ່ບໍ່ຕ້ອງໄປສົນນຳເຂົາອີກ ບອກໂຕເອງໂລດເຮົາບໍ່ໄດ້ໄປຂໍເຂົ້າເຂົາກິນ , ຮຽນເອງກະໄດ້ໜາ ,

ຄິດໄວ້ວ່າຈັກມື້ເຮົາຕ້ອງເກັ່ງກວ່າເຂົາ . ທີ່ບອກໃຫ້ຄິດແນວນີ້ກໍ່ຍ້ອນວ່າຢາກໃຫ້ມີໃຈຮຽນເອງ
ຫຼາຍເທື່ອທີ່ເຫັນຄົນເກັ່ງບາງຄົນໃນຫ້ອງ ມັກຂີ້ຄຸຍ ຖາມກະບໍ່ຢາກບອກ ແລະ ວາງໂຕຕ່າງຈາກຄົນອື່ນຫຼາຍ.

ສະນັ້ນ ຈື່ງແນະນຳໃຫ້ຂຽນມົ້ວຄົນດຽວໄປກ່ອນ ຖ້າບໍ່ໄດແທ້ໆກໍ່ຈື່ງຖາມອາຈານ ຫຼື ໝູ່ຜູ້ທີ່ຮຽນໄດ້ ແລະ ເຂົາບໍ່ຍິ່ງໃສ່ເຮົາ .

ສຸດທ້າຍ ຂໍບອກວ່າ ຢ່າເຊົາຂຽນໂປຣແກຣມ ຖ້າເຊົາຂຽນທ່ານຈະຂຽນບໍ່ເປັນແນ່ນອນ

วันอังคารที่ 17 กุมภาพันธ์ พ.ศ. 2558

ກ່ອນຈະເປັນໂປແກມເມີ

ກ່ອນທີ່ທ່ານຈະລົງມືຂຽນໂປແກມ ຫຼື ເຮັດສິ່ງໃດກໍ່ຕາມ ສິ່ງທີ່ຂາດບໍ່ໄດ້ອັນດັບທຳອິດນັ້ນ ຄືຄວາມຕັ້ງໃຈ ແລະ ຄວາມອົດທົນ ແລະ ຄວາມມັກ ຈຳພວກນີ້ສຳຄັນທີ່ສຸດ ແລະ ຕາມທີ່ຂ້ອຍພົບມາ
ສ່ວນຫຼາຍຄົນທີ່ຢາກຂຽນໂປແກມເປັນນັ້ນ ມັກຢາກຈະສືກສານຳຄົນທີ່ເຂົາຂຽນເປັນແລ້ວ ໂດຍທີ່ຕົນເອງບໍ່ເຄີຍອ່ານປື້ມເລີຍ ບໍ່ມີພື້ນຖານເລີຍ ບໍ່ລອງສືກສາດ້ວຍຕົນເອງເບີ່ງ ຢາກຮຽນແຕ່ໂຕທີ່ມັນເປັນໂປເຈັກບາດດຽວ ເຊີ່ງມັນເປັນເລື່ອງຍາກທີ່ຈະເຂົ້າໃຈ ເພາະເຮົາບໍ່ມີພື້ນຖານ
ແລະ ກໍ່ໃຫ້ເກີດຄວາມຫຍໍ້ທໍ້ ເພາະບໍ່ຮູ້ຊິຂຽນຫຍັງ ຊິຂຽນກໍ່ຂຽນບໍ່ເປັນ ເພາະບໍ່ເຄີຍອ່ານປື້ມມາກ່ອນ ມື້ນີ້ຈະມາແນະນຳວິທີ ທີ່ຈະພາໃຫ້ທ່ານຂຽນໂປແກມເປັນ ໄວຂື້ນ
  1. ຊື້ປື້ມທີ່ເປັນພື້ນຖານມາອ່ານກ່ອນ
    ອ່ານແລ້ວກໍ່ລອງປະຕິບັດຕົວຈິງໄປນຳ ຢ່າງໜ້ອຍກະໃຫ້ຮູ້ ປະກາດຕົວປ່ຽນ ໃຫ້ຮູ້ໂຄງສ້າງຂອງພາສາ
  2. ໃຫ້ຮຽນຂຽນທຸກໆມື້ ເພື່ອບໍ່ໃຫ້ລືມ ແລະ ຂຽນໄປຕາມປື້ມກ່ອນ
  3. ລອງຂຽນໂດຍບໍ່ເບີ່ງປື້ມ ຫຼັງຈາກທີ່ອ່ານມາແລ້ວ ກໍ່ລອງຂຽນໂດຍທີ່ບໍ່ເບີ່ງປື້ມລອງເບີ່ງ ໃຫ້ລອງຂຽນຕົວຢ່າງ ງ່າຍໆກ່ອນ ເຊັ່ນ ການ ບວກ ລົບ ຄູນ ຫານ ລອງເບີ່ງກ່ອນ ຖ້າຂຽນໂດຍບໍ່ເບີ່ງປື້ມໄດ້ ຖືວ່າເຮົາເຂົ້າໃຈແລ້ວ ຖ້າຂຽນບໍ່ໄດ້ກໍ່ໃຫ້ລອງອ່ານ ແລະ ຂຽນໃໝ່ເບີ່ງ ເອົາຈົນຂຽນໄດ້ພຸ້ນລະ 
  4. ໃຫ້ສືກສາຈຳພວກ if else , for loop , while loop ... ເຊີ່ງມີຫຼາຍຢ່າງໃຫ້ສືກສາ ໃຫ້ຄ່ອຍໆຮຽນຮູ້ໄປ ຢ່າໃຈຮ້ອນ , ໃຫ້ບອກໂຕເອງວ່າບໍ່ມີໃຜຂຽນເປັນມາແຕ່ເກີດ ທຸກຢ່າງຕ້ອງອາໃສເວລາ
  5. ອ່ານໜັງສື ທີ່ເປັນແຮງບັນດານໃຈນຳ ເພື່ອສ້າງກຳລັງໃຈໃຫ້ຕົນເອງ
  6. ຕ້ອງນອນເດີກກວ່າເກົ່າ ການນອນເດີກຈະເຮັດໃຫ້ເຮົາມີເວລາຮຽນຂຽນໂປແກມຫຼາຍຂື້ນ
  7. ຕັ້ງເປົ້າໝາຍໃນຊີວິດນຳ ບໍ່ແມ່ນຮຽນໄປຊື່ໆ ໃຫ້ຄິດວ່າຖ້າຂຽນໂປແກມເປັນເຮົາຈະມີວຽກເຮັດ ແລະ ມີເງິນໃຊ້ ຊີມີເງິນຫຼາຍຫຼືໜ້ອຍກໍ່ຂື້ນກັບຄວາມສາມາດ ແລະ ໂອກາດຂອງເຮົານຳ
  8. ລອງຂຽນເປັນໂປເຈັກເບີ່ງ ຂຽນໃຫ້ສຸດຄວາມສາມາດທີ່ເຮົາມີ ອັນໃດຂຽນບໍ່ອອກກະຊອກນຳ Google ເອົາ ທຸກບັນຫາທີ່ເຮົາພົບ ແມ່ນ ຄົນອື່ນພົບມາໝົດແລ້ວ ຮັບຮອງວ່າມີທາງອອກ
  9. ບໍ່ຕ້ອງຮຽນໃຫ້ໝົດ ໃຫ້ລະອຽດຫຼາຍ ຮຽນຮູ້ພໍໄດ້ໃຊ້ກໍ່ພໍ ເພາະບາງຢ່າງມັນກໍ່ບໍໄດ້ໃຊ້ກັບໜ້າວຽກເຮົາເລີຍ
    ສຸດທ້າຍກໍ່ຂໍໃຫ້ທ່ານລອງຮຽນຂຽນໂປແກມເບີ່ງວ່າມັນແມ່ນຕົວທ່ານບໍ່ ທ່ານມັກມັນບໍ່ ຖ້າບໍ່ມັກກໍ່ເຊົາ ໄປຫາເຮັດແນວອື່ນ ຄົ້ນຫາຕົວທ່ານໃຫ້ພົບ ແລ້ວ ທ່ານຈະມີຄວາມສຸກ



วันอังคารที่ 10 กุมภาพันธ์ พ.ศ. 2558

ຄວາມເຂົ້າໃຈຂອງໂປແກມເມີ

ຄົນທີ່ຂຽນ C# ຄິດວ່າຕົນເໜືອກວ່າ ຄົນຂຽນ VB .NET
ຄົນທີ່ຂຽນ JAVA ຄິດວ່າຕົນເໜືອກວ່າຄົນທີ່ຂຽນຕະກູນ .NET
ຄົນທີ່ຂຽນ ASP.NET ຄິດວ່າຕົນເໜືອກ່ວາຄົນຂຽນ PHP
ຄົນທີ່ໃຊ້ framework ຄິດວ່າຕົນເໜືອກ່ວາຄົນທີ່ຂຽນແບບທຳມະດາ

ສຸດທ້າຍແລ້ວ ມັນຕັດສິນກັນບໍ່ໄດ້ ວ່າໃຜເໜືອ ກວ່າໃຜ ເພາະທຸກພາສາເປັນພຽງເຄື່ອງມື
 ເລືອກພາສໃຫ້ເໝາະສົມກັບໜ້າວຽກ ແລະ ວັດກັນທີ່ຜົນງານດີກວ່າ

ຝາກ www.laosmartsoft.com ແນ່ເດີ້