วันจันทร์ที่ 11 มกราคม พ.ศ. 2559

ສ້າງປະສົບການ ການຂຽນໂປຣແກຣມໃນຕອນຮຽນ

ບົດຄວາມມື້ນີ້ມາໃນຫົວຂໍ້ ສ້າງປະສົບການໃນຕອນຮຽນ ສຳລັບຄົນທີ່ຍັງຮຽນຢູ່ ຫຼື ຫາກໍ່ຈົບໃໝ່ ຈະເສຍປຽບເວລາສະໝັກວຽກ ຫຼື ເວລາທີ່ມີການເວົ້າເຖິງປະສົບການໃນການເຮັດວຽກ

ຂ້ອຍກໍ່ເປັນຄົນໜື່ງທີ່ຜ່ານການຮ່ຳຮຽນມາຈາກມະຫາວິທະຍາໄລ ຄືກັນກັບຫຼາຍໆທ່ານ ແລະ ເຂົ້າໃຈດີ ວ່າໃນຕອນຮຽນມັນເປັນແນວໃດ

ສິ່ງທີ່ຄົນທົ່ວໄປເບີ່ງຄົນຈົບໃໝ່ນັ້ນຄືບໍ່ມີ ປະສົບການ ບໍ່ມີຄວາມສາມາດເຮັດໃນສິ່ງຍາກໆໄດ້
ຄຳເວົ້ານີ້ອາດຈະຖືກສຳລັບ ບາງສາຍຮຽນເທົ່ານັ້ນ ແຕ່ສຳລັບໂປຣແກຣເມີ ແລ້ວມັນບໍ່ຖືກສະເໝີໄປ
ເພາະໂປຣແກຣມເມີ ສາມາດສ້າງປະສົບຈາກຄອມພິວເຕີພຽງໜື່ງເຄື່ອງ ແລະ ສ້າງປະສົບການໄດ້ຕະຫຼອດ ໂດຍບໍ່ມີກຳນົດເວລາ (ໃຊ້ເວລານອນສ້າງປະສົບການນັ້ນເອງ ຄືຄົນທົ່ວໄປອາດຈະເຂົ້ານອນຕອນ 9-10 ໂມງແລງ ແຕ່ໂປຣແກຣມເມີນັ້ນນອນ 12 ໂມງຂື້ນໄປ) ເຮັດໃຫ້ມີເວລາໃນການສືກສາຮ່ຳຮຽນຫຼາຍກວ່າຄົນອື່ນ ທີ່ແນະນຳໃຫ້ນອນເດີກກໍ່ຍ້ອນວ່າ ຢາກໃຫ້ຮຽນໜັກກວ່າຄົນອື່ນ ແລະ ມີຄວາມຮູ້ເລື່ອງຄອມຫຼາຍກວ່າຄົນທົ່ວໄປນັ້ນເອງ (ຮຽນຫຼາຍໄດ້ຫຼາຍ ຮຽນໜ້ອຍໄດ້ໜ້ອຍ) ຫຼັງຈາກທີ່ຮ່ຳຮຽນຈົນປະສົບຄວາມສຳເລັດແລ້ວຄ່ອຍນອນໄວຂື້ນເດີ້

ກັບມາທີ່ເຮົາຈະສ້າງປະສົບການໃນຕອນຮຽນໄດ້ແນວໃດ ຂ້ອຍກໍ່ເປັນຄົນໜື່ງທີ່ຢາກຂຽນໂປຣແກຣມໃຫ້ເປັນໃນສະໃໝຮຽນ ແລະ ຢາກຂຽນໃຫ້ເປັນລະບົບ ທີ່ສາມາດຂາຍໄດ້ ແຕ່ຂ້ອຍກໍ່ບໍ່ຮູ້ຈະປືກສາໃຜ ແລະ ຄົງບໍ່ມີໃຜມານັ່ງໃຫ້ເຮົາປືກສາ ແລະ ຖາມໄດ້ຕະຫຼອດເວລາ
 ການຖາມອາຈານເຮົາກໍ່ເກງເພີ່ນ ເພາະຮູ້ວ່າເພີ່ນກໍ່ມີວຽກຄືກັນ ເລີຍດົນໆຈື່ງຂໍຄຳປືກສານຳອາຈານ ແລະ ປືກສານຳລຸ້ນອ້າຍເທື່ອໜື່ງ ພໍໄດ້ແນວທາງ

ຍ້ອນບໍ່ມີຄົນໃຫ້ຄຳປືກສາໄດ້ຕະຫຼອດເວລາກ່ຽວກັບລະບົບທີ່ຈະສ້າງຂື້ນມາ
ສິ່ງທີ່ຂ້ອຍເຮັດໄດ້ໃນຕອນນັ້ນກໍ່ຄືໂຫຼດໂປຣແກຣມ ທີ່ເປັນ Demo ຂອງໄທມາເບີ່ງ ແລະ ສືກສາກ່ຽວກັບລະບົບໜ້າວຽກຂອງມັນ ວ່າມີຂັ້ນຕອນແນວໃດ ມີສ່ວນປະກອບຫຍັງແດ່ ແລະ ລອງມາຟັງປະສົບການພັດທະນາໂປຣແກຣມຂອງຂ້ອຍເບີ່ງເດີ້

ຍ້ອນໄປຕອນຍັງຮຽນ ຕອນນັ້ນຢາກເຮັດລະບົບໂຮງແຮມ ແຕ່່ກໍ່ບໍ່ຮູ້ວ່າລະບົບໂຮງແຮມມີໜ້າວຽກ ແລະ ລາຍລະອຽດມັນເປັນແນວໃດກັນແທ້ ເພາະບໍ່ເຄີຍນອນໂຮງແຮມ ຫຼືເຮັດວຽກຢູ່ໂຮງແຮມມາກ່ອນ ສິ່ງທີ່ເຮັດໃນອັນດັບຕົ້ນໆ ກໍ່ຄືສົມມຸດລະບົບແລະ ຂໍ້ມູນເອົາເອງ ຈາກນັ້ນ ໄປໂຫຼດໂປຣແກຣມ  Demo ຂອງໄທມາເບີ່ງ ແລະ ມາສ້າງຖານຂໍ້ມູນ ກໍ່ລອງມົ້ວໆໄປຄົນດຽວ ເພາະບໍ່ຮູ້ວ່າ table ໃນລະບົບເຂົາມີຫຍັງແດ່
ແລະລົງມືຂຽນມັນ ໃນຂັ້ນຕອນຂຽນໂຄດນັ້ນມັນໃຫ້ປະສົບການຫຼາຍຢ່າງ 

ຍ້ອນເທັກນິກບາງອັນ ເຮົາກໍ່ຍັງບໍ່ເຄີຍເຫັນ ແລະ ບໍ່ເຄີຍຂຽນມັນມາກ່ອນ ເຮັດໃຫ້ຕ້ອງໄດ້ຄົ້ນຄວ້າ ແລະ ສາມາດຂຽນມັນໄດ້ ໃນທີ່ສຸດ ເຖິງມັນຈະບໍ່ຜ່ານມືລູກຄ້າກໍ່ຕາມ ແຕ່ມັນກໍ່ເປັນລະບົບໜື່ງ ທີ່ສາມາດສ້າງໄດ້ໃນຕອນຮຽນ

ການທີ່ເຮັດລະບົບໜື່ງສຳເລັດ ມັນກໍ່ເປັນປະສົບການອັນໜື່ງ ທີ່ເຮັດໃຫ້ຂ້ອຍຂຽນລະບົບຕໍ່ໄປ ຈາກນັ້ນກໍ່ຂຽນລະບົບຂາຍສິນຄ້າ ແລະ ລະບົບອື່ນໆ ມາເລື່ອຍໆ ເຮັດໃຫ້ຕົນເອງມີປະສົບການຕັ້ງແຕ່ຕອນຮຽນ ເວລາຂຽນບົດຈົບຊັ້ນກໍ່ສະບາຍຂື້ນຫຼາຍ ແລະ ໄດ້ຊ່ວຍຂຽນໂປຣແກຣມໃນບົດຈົບຊັ້ນໃຫ້ຄົນອື່ນນຳ

ເຫັນບໍ່ວ່າປະສົບການ ຂອງການເປັນໂປຣແກຣມເມີນັ້ນ ສ້າງໄດ້ຈາກຕອນຮຽນ ແລະ ສ້າງຈາກຄອມພິວເຕີພຽງໜື່ງເຄື່ອງ ແລະ ຄວາມຕັ້ງໃຈຂອງທ່ານນັ້ນເອງ ເວລາໄປສະໝັກວຽກທ່ານກໍ່ເອົາລະບົບ ທີ່ທ່ານສ້າງຕອນຮຽນນັ້ນລະ ໃຫ້ຂະເຈົ້າເບີ່ງ ແລ້ວຂະເຈົ້າກໍ່ຈະເບີ່ງທ່ານບໍ່ຄືເດັກຈົບໃໝ່ທົ່ວໄປ ຍ້ອນທ່ານມີປະສົບການເລື່ອງ ການພັດທະນາໂປຣແກຣມມາແລ້ວ

ຮັບສະໝັກໂປຣແກຣມເມີໃນປັດຈຸບັນເຂົາເຈົ້າມັກຈະເບີ່ງຜົນງານ ຫຼາຍກວ່າຄະແນນແລ້ວເດີ້
ເວລາທີ່ຂ້ອຍໄປຮັບວຽກກັບລູກຄ້າເຂົາເຈົ້າມັກຈະຖາມວ່າ ມີຜົນງານ ແລະ ເຄີຍເຮັດລະບົບມາກ່ອນບໍ່ ລອງເອົາມາໃຫ້ເບີ່ງແນ່
 ເຂົາເຈົ້າບໍ່ເຄີຍຖາມວ່າ ຕອນຮຽນຈົບຄະແນນເຈົ້າໄດ້ເກດເທົ່າໃດ ໄດ້ຈັກຈຸດ ມີ A ຈັກໂຕ

ທີ່ເວົ້າແບບນີ້ບໍ່ແມ່ນວ່າ ບໍ່ຢາກໃຫ້ໄດ້ຄະແນນຫຼາຍເດີ້ ແຕ່ຖ້າຈະເດີນສາຍໂປຣແກຣມເມີແທ້ໆ ຄະແນນບໍ່ສຳຄັນເທົ່າຜົນງານຕົວຈິງທີ່ເຈົ້າເຮັດໃຫ້ມາ


 ຂໍໃຫ້ທ່ານພິຈາລະນາ ແລະ ປັບໃຫ້ແທດເໝາະຕາມຊີວິດຂອງທ່ານເດີ້ ເພາະຊີວິດແຕ່ລະຄົນບໍ່ຄືກັນ
ທີ່ເລົ່າມາຂ້າງເທິງແມ່ນປະສົບການຊີວິດຂອງຂ້ອຍ ອາດຈະແຕກຕ່າງກັນຕາມແຕ່ລະຄົນ


ຂໍຂອບໃຈທີ່ອ່ານຈົນຈົບ
ແກ້ວອຸດອນ ນັນທະວິໄລ (www.laosmartsoft.com)













วันศุกร์ที่ 28 สิงหาคม พ.ศ. 2558

ເຄັດລັບ ການເປັນໂປຣແກຣມເມີ

ຂ້ອຍຄິດວ່າຫຼາຍໆຄົນ ທີ່ຮຽນສາຍຄອມພິວເຕີ ສົນໃຈຢາກເປັນໂປຣແກຣມເມີ ແຕ່ກໍ່ໜ້ອຍຄົນທີ່ຈະເປັນໄດ້
ມື້ນີ້ກໍ່ເລີຍໃຫ້ມາແນະນຳເລັກໜ້ອຍ ສຳລັບທ່ານໃດທີ່ສົນໃຈການເປັນໂປຣແກຣມເມີ

 ອັນນີ້ແມ່ນເວົ້າຕອນເລີ່ມຕົ້ນຮຽນຂຽນໂປຣແກຣມຂອງຂ້ອຍເດີ້ ອາດຈະມີອັນທີ່ຂັດກັບຄວາມຄິດຂອງນັກວິຊາການ ແລະ ເທບ ຫຼາຍໆທ່ານຢູ່ ແຕ່ກໍ່ຍ້ອນຕອນຂ້ອຍເລີ່ມຮຽນຂ້ອຍເປັນແນວນີ້ແທ້ໆ

ຄວາມຈິງການເປັນໂປຣແກຣມເມີນັ້ນບໍ່ຈຳເປັນຕ້ອງເກັ່ງ ຄະນິດສາດ
ໃບເບື້ອງຕົ້ນ ຮູ້ບວກ ລົບ ຄູນ ຫານ ກໍ່ພໍແລ້ວ (ແຕ່ຖ້າເກັ່ງຄະນິດສາດກໍ່ເປັນຄວາມຮູ້ປະດັບຕົວ ບໍ່ມີຜົນຫຍັງຫຼາຍກັບການເລີ່ມເປັນໂປຣແກຣມເມີ)  ມັນຂື້ນນຳການຝືກຝົນ ແຮງຝືກແຮງເກັ່ງ

ບໍ່ຈຳເປັນຕ້ອງ ໄອຄິວສູງ ກໍ່ຄືເປັນຄົນທຳມະດາສາມັນນີ້ລະ ແຕ່ຖ້າເກີດມາໄອຄິວສູງກໍ່ຍິ່ງດີ ແຕ່ຂໍໃຫ້ມີຄວາມອົດທົນສູງກໍ່ພໍ

ບໍ່ຈຳເປັນຕ້ອງເກັ່ງພາສາອັງກິດ (ໃນການເລີ່ມຕົ້ນນັ້ນບໍ່ເກັ່ງກໍ່ໄດ້ ແຕ່ຖ້າຢາກເປີດໂລກຄວາມຮູ້ຂອງໂຕເອງກໍ່ຮຽນມັນໃຫ້ເກັ່ງຍິ່ງດີ) ຊອກອ່ານພາສາໄທກ່ອນ ແລ້ວຄ່ອຍສືກສາໂຕທີ່ເປັນພາສາອັງກິດນຳ

ບໍ່ຈຳເປັນຕ້ອງເວົ້າຄຳສັບເທ້ໆເຊັ່ນ: OOP, Algorithm,Object... ທີ່ບໍ່ໃຫ້ເວົ້າກໍ່ຍ້ອນວ່າໃຫ້ລົງມືສືກສາມັນເລີຍ ຊອກມັນມາອ່ານເລີຍ ແລະກໍ່ຄິດໄປຕາມມັນ ຈະດີກວ່າເວົ້າຄຳສັບພວກນີ້ອວດໝູ່ລ້າໆ

 ໃຫ້ຄິດເປັນຂັ້ນຕອນ :ການຂຽນໂປຣແກຣມກໍ່ຄືການຄິດໃຫ້ເປັນຂັ້ນຕອນ ອັນໃດຄວາມປະຕິບັດກ່ອນ ຫຼື ປະຕິບັດຕາມຫຼັງ, ຄິດແບບມີການແຍກໝວດໝູ່ຊັດເຈນ ເພາະເວລາຂຽນໂປຣແກຣມມັນຈະແຍກໄປຕາມ ຊະນິດຂອງຂໍ້ມູນ ແລະ ຈະມີຕົວປ່ຽນເປັນໂຕຮອງຮັບຊະນິດຂໍ້ມູນນັ້ນໆ

 ຕ້ອງເສບຕິດການຂຽນໂປຣແກຣມ ອັນນີ້ເກີດຂື້ນກັບຂ້ອຍເອງ ຄິດເຫັນໜ້າຈໍຄອມຕະຫຼອດ ຄິດຢາກຂຽນໂປຣແກຣມ, ຄິດຢາກລອງຂຽນນັ້ນ ລອງຂຽນນີ້ກັບມັນ ຂຽນຈົນບາງມື້ບໍ່ຢາກນອນ ບໍ່ຢາກໄປໃສຍ້ອນຢາກຂຽນໂປຣແກຣມ , ຕ້ອງເປັນແບບນີ້ຈື່ງຈະຂຽນໂປຣແກຣມເປັນເພາະເຮົາໝົກໝຸ້ນຢູ່ກັບມັນ ເລີຍເຮັດໃຫ້ເຮົາຂຽນເປັນໄວຂື້ນ

ຝືກການແກ້ບັນຫາ ບໍ່ແມ່ນຝືກແກ້ໂຕເດີ້ ສຳລັບຄົນຮຽນໃໝ່ ຫຼື ຮຽນດົນແລ້ວ ທີ່ຕ້ອງໄດ້ພົບເຈີຄືກັນກໍ່ຄືບັນຫານັ້ນເອງ ມັນເລີຍຕ້ອງຝືກການແກ້ບັນຫາ ຫາທາງອອກ
ວິທີແກ້ບັນຫາກໍ່ມີຢູ່່ວ່າ ລອງແບບນີ້ແລ້ວບໍ່ໄດ້ ໃຫ້ລອງແບບອື່ນເບີ່ງ ຊອກແຜນສຳຮອງໄວ້ຕະຫຼອດ
ລອງຜິດລອງຖືກ ແລ້ວມັນຈະແກ້ໄດ້ເອງ  ຄິດແລ້ວຕ້ອງລອງເບີ່ງເລີຍ ຈື່ງຈະເຫັນພາບ


ສ່ວນໄລຍະເວລາການຝືກຝົນຈົນເປັນໂປຣແກຣມເມີໄດ້ນັ້ນ ບໍ່ມີໄລຍະເວລາທີ່ແນ່ນອນ ຂື້ນກັບການຝືກຝົນ ອາດຈະໃຊ້ເວລາຫຼາຍປີຈື່ງຈະຊຳນານ

ຖ້າເວົ້າເຖິງໄລຍະເວລາລາແລ້ວຕ້ອງເວົ້າເຖິງຄວາມອົດທົນນຳ ຈະຮຽນຫຍັງກໍ່ແລ້ວແຕ່ ຖ້າຢາກໃຫ້ເກັ່ງຕ້ອງມັນຄວາມອົດທົນ ແລະ ອົດທົນໄດ້ຫຼາຍກວ່າຄົນອື່ນ
ຄືກັນກັບການຝືກໜ່ວຍ Seal ຄົນຝືກເປັນ 200-300 ແຕ່ເປັນໄດ້ແທ້ໆ ມີພຽງ 20-30 ຄົນເທົ່ານັ້ນ

ການຂຽນໂປຣແກຣມກໍ່ເຊັ່ນກັນ ຈະຄັດຍັງເຫຼືອແຕ່ຄົນທີ່ມີຄວາມອົດທົນສູງຈືງສາມາດຂຽນໂປຣແກຣມເປັນ ສ່ວນຄົນທີ່ຄວາມອົດທົນຕ່ຳກໍ່ຈະລົ້ມເລີກໄປເອງ

ສຸດທ້າຍນີ້ກໍ່ໃຫ້ທ່ານເລືອກເອົາເນາະ ວ່າຈະເປັນຄົນທີ່ມີຄວາມອົດທົນຕ່ຳ ຫຼື ຄວາມອົດທົນສູງ ທ່ານເປັນຄົນກຳນົດເອງວ່າທ່ານຈະຂຽນໂປຣແກຣມເປັນ ຫຼື ບໍ່









วันพฤหัสบดีที่ 30 กรกฎาคม พ.ศ. 2558

ການວາງແຜນສຳລັບການຮຽນຂຽນໂປຣແກຣມ

ສຳລັບທ່ານທີ່ຮຽນຂຽນໂປຣແກຣມໃໝ່ແລ້ວ ອາດຈະຍັງບໍ່ຮູ້ວ່າຈະຮຽນແນວໃດ ຈະເລີ່ມຈາກຈຸດໃດ
ແລະ ຈະຂຽນຫຍັງ

ມື້ນີ້ຂ້ອຍຈະມາແນະນຳ ການວາງແຜນໃນການຂຽນໂປຣແກຣມ ສຳລັບຄົນທີ່ຮຽນໃໝ່ວ່າຈະເຮັດແນວໃດ ໃຫ້ມີປະສິດທິພາບ ຫຼາຍທີ່ສຸດ

ກ່ອນອື່ນທີ່ຢາກແນະນຳ ຄື : ຕ້ອງສຳຫຼວດຄວາມຮູ້ຕົວເອງກ່ອນວ່າຮູ້ຫຼາຍຊ່ຳໃດແລ້ວ ພື້ນຖານການຂຽນໂປຣແກຣມເຮົາຮູ້ຫຼາຍແລ້ວບໍ່ ຕົວຢ່າງເຊັ່ນ:ຈຳພວກ if else,loop,oop ທ່ານຂຽນມັນເປັນແລ້ວບໍ່ ເຂົ້າໃຈໃຊ້ງານມັນບໍ່   ຖ້າຍັງບໍ່ເຂົ້າໃຈຂ້ອຍແນະນຳໃຫ້ຮຽນມັນຈົນເປັນກ່ອນ ເອົາຈົນຈື່ ພຸ້ນລະ ເພາະມັນສຳຄັນຫຼາຍໃນພາຍໜ້າ ຖ້າຍັງບໍ່ເຂົ້າໃຈທ່ານກໍ່ຈະໄປຕໍ່ຍາກ ຍ້ອນທ່ານຂາດພື້ນຖານ, ຈຳພວກ ບວກ ລົບ ຄູນ ຫານ ທ່ານກໍ່ຕ້ອງຂຽນໃຫ້ເປັນເຊັ່ນກັນ

ໃຫ້ທ່ານຕັ້ງເປົ້າໝາຍວ່າ ໃນອາທິດນີ້ຈະຂຽນຈຳພວກ if else ໃຫ້ມັນເປັນ ແລະ ອາທິດຕໍ່ໄປຈະຮຽນຈຳພວກ loop.
              ທ່ານຕ້ອງຕັ້ງເປົ້າໝາຍ ຖ້າບໍ່ດັ່ງນັ້ນທ່ານຈະບໍ່ຮູ້ວ່າຈະເລີ່ມແນວໃດ ຖ້າທ່ານຮຽນທຸກມື້ ຂ້ອຍຄິດວ່າຈຳພວກ if else ນັ້ນທ່ານຂຽນເປັນແນ່ນອນໃນໄລຍະເວລາ 1 ອາທິດ ບາງທີຮຽນມັນມື້ດຽວທ່ານອາດຈະເຂົ້າໃຈແລ້ວ
ຖ້າທ່ານຕັ້ງໃຈແທ້ ນອກຈາກທ່ານຈະບໍ່ຈິງຈັງກັບມັນ

ຖ້າທ່ານຂຽນຈຳພວກ if else ເປັນ ແລະ ເຂົ້າໃຈມັນ ຕາມເປົ້າໝາຍທີ່ທ່ານຕັ້ງໄວ້ ທ່ານຈະເກີດມີແຮງບັນດານໃຈ ແລະ ເຊື່ອໝັ້ນ ໃນຕົນເອງວ່າທ່ານເຮັດໄດ້ ແລະ ມີກຳລັງໃຈໃນການຮຽນຂັ້ນຕໍ່ໄປ.

ໃຫ້ທ່ານຕັ້ງເປົ້າໝາຍແບບນີ້ໄປຕະຫຼອດ ແລ້ວທ່ານຈະຮູ້ວ່າ ທ່ານກໍ່ມີຄວາມສາມາດ ຂຽນໄດ້ຄືຄົນອື່ນ

ສິ່ງທີ່ຢາກແນະນຳ

ໃຫ້ທ່ານຄ່ອຍໆເປັນ ຄ່ອຍໆໄປ ຢ່າໃຈຮ້ອນ ໃຫ້ເຂົ້າໃຈວ່າທຸກຢ່າງຕ້ອງໃຊ້ເວລາເຝິກຜົນ ເຮົາບໍ່ແມ່ນຄົນອັດສະລິຍະ ບໍ່ແມ່ນເທວະດາ ບໍ່ແມ່ນຄົນວິເສດວິໂສ ມາຈາກໃສ ທີ່ຈະເກັ່ງໃນເວລາສັ້ນໆ ຕ້ອງເຝິກຜົນກ່ອນມັນຈືງຈະກ້າວໄປໜ້າແບບໝັ້ນໃຈ

ຊິຍົກຕົວຢ່າງໃຫ້ເຫັນພາບ
ທ່ານເບີ່ງຖ່າຍທອດສົດ ການແຂ່ງຂັນລົດຈັກ Moto GP ທ່ານເກີດມີຄວາມສົນໃຈ ໃຈຂື້ນ ຢາກເປັນນັກແຂ່ງລົດຄືເຂົາເຈົ້າ ແລ້ວຈັບລົດໂຕເອງໄປແຂ່ງແບບນັ້ນ ບອກໄດ້ສອງຄຳວ່າ : ເຈັບ ກັບ ຕາຍ , ຍ້ອນທ່ານບໍ່ມີພື້ນຖານການແຂ່ງລົດເລີຍ ມີແຕ່ພື້ນຖານການຂີ່ລົດຕາມທ້ອງຖະໜົນທຳມະດາ

ທ່ານບໍ່ຮູ້ຊ້ຳວ່າ ເວລາຈະເຂົ້າໂຄ້ງຕ້ອງເຮັດແນວໃດ, ທ່ານຕ້ອງບັງຄັບລົດແນວໃດເວລາທີ່ໃຊ້ຄວາມໄວສູງຈື່ງຈະບໍ່ລົ້ມງ່າຍໆ

 ການຂຽນໂປຣແກຣມກໍ່ເຊັ່ນກັນ ຢູ່ດີໆ ຈະມາຂຽນໃຫ້ເປັນໃນເວລາສັ້ນໆ ມັນກໍ່ຍາກ ຍ້ອນບໍ່ມີພື້ນຖານການຂຽນໂປຣແກຣມເລີຍ ສະນັ້ນກໍ່ໃຈເຢັນໆ ຮຽນພື້ນຖານໃຫ້ເປັນກ່ອນ ແລ້ວຄ່ອຍໆຮຽນອັນຍາກຂື້ນ

ຖ້າທ່ານຢາກມີແຮງບັນດານໃຈໃຫ້ທ່ານເບີ່ງ Messi ກັບ Ronaldo ລອງຄົ້ນປະຫວັດເຂົາເຈົ້າວ່າ ເຂົາເຈົ້າເຕະບານຈັກປີແລ້ວ ຈັ່ງເກັ່ງລະດັບໂລກແນວນັ້ນ ຄຳຕອບທີ່ໄດ້ກໍ່ຄືເຕະມາແຕ່ນ້ອຍໆພຸ້ນ ຈົນຮອດປັດຈຸບັນກໍ່ ຊາວປາຍປີແລ້ວທີ່ເຕະບານ ເຫັນບໍ່ວ່າເຂົາເຈົ້າຍັງໃຊ້ເວລາເຝິກຜົນ ເກັບປະສົບການ ແລະ ຮຽນຮູ້ຫຼາຍປີຊ່ຳໃດ ຈືງເກັ່ງແບບນັ້ນ

ຍົກຕົວຢ່າງ ໃນວົງການໂປຣແກຣມເມີ ເຊັ່ນ mark zuckerberg ເຈົ້າຂອງ facebook ລາວກໍ່ຂຽນໂປຣແກຣມແຕ່ນ້ອຍໆເຊັ່ນກັນ ສະສົມປະສົບການຫຼາຍປີຈື່ງເກັ່ງ ແລະ ລ່ຳລວຍແບບນັ້ນ

ລອງຖາມຕົວເອງ ແລ້ວເຮົາເດ ຂຽນໂປຣແກຣມຈັກປີແລ້ວ , ເຮົາກໍ່ເປັນຄົນຄືເຂົາເຈົ້ານັ້ນລະ ກໍ່ຕ້ອງໃຊ້ເວລາເຝິກຜົນຄືກັນ ຈື່ງຈະເກັ່ງ ຂື້ນກັບວ່າທ່ານມີຄວາມອົດທົນຫຼາຍຊ່ຳໃດ

ບອກໄດ້ເລີຍວ່າ ບໍ່ມີທາງລັດທີ່ຈະເກັ່ງ ໄດ້ແບບງ່າຍໆ ທຸກຢ່າງຕ້ອງໄດ້ອົດທົນ ເຝິກຜົນ ສະສົມປະສົບການ ລອງຜິດລອງຖືກ ພົບບັນຫາ ພົບອຸປະສັກ ຄືກັນໝົດ




ປືກສາແນວທາງການຂຽນໂປຣແກຣມໄດ້ທີ່: Keooudone Nanhthavilay
Facebook: www.facebook.com/DoneNanhthavilay





วันศุกร์ที่ 24 กรกฎาคม พ.ศ. 2558

ແນວທາງການອ່ານ ebook ແລະ ຮຽນ CD ສອນທີ່ເປັນພາສາອັງກິດໃຫ້ເຂົ້າໃຈ

ຫຼາຍຄົນໆ ຄົງຈະເປັນຄືກັນກັບຂ້ອຍໃນສະໄໝກ່ອນທີ່ ໄດ້ຍິນຄຳວ່າປື້ມ ຫຼື ຊີດີ ສອນທີ່ເປັນພາສາອັງກິດ ແລ້ວ ຫັນໜ້າໜີທັນທີ ຄັນເປັນລີ້ງດາວໂຫຼດທີ່ແຈກໜັງສືຟຣີ ແຕ່ເປັນພາສາອັງກິດ ກໍ່ບໍ່ກົດດາວໂຫຼດຊ້ຳ

ມື້ນີ້ກໍ່ຈະມາແນະນຳແນວທາງໃຫ້ ລຸ້ນນ້ອງ ຫຼື ໝູ່ເພື່ອນທີ່ ຢາກຈະສືກສາໜັງສື ຫຼື ຫຼັກສູດຂອງຕ່າງປະເທດ

ສຳລັບທ່ານທີ່ຢາກຈະເປັນໂປຣແກຣມເມີ ແລ້ວ ໜັງສື ຫຼື ຫຼັກສູດ ທີ່ເປັນພາສາອັງກິດນັ້ນຍີ່ງສຳຄັນຫຼາຍ
ເພາະມັນຈະເປີດຄວາມຮູ້ຂອງທ່ານໃຫ້ຮັບເອົາຄວາມຮູ້ທີ່ກວ້າງ ຈາກຕ່າງປະເທດ ແລະ ນຳມາພັດທະນາຕົນເອງໃຫ້ເກັ່ງຂື້ນ

ແຕ່ກ່ອນຈະໄປອ່ານ ຫຼື ຮຽນຫຼັກສູດຕ່າງປະເທດນັ້ນ ສິ່ງທີ່ຕ້ອງເຮັດແມ່ນ ລືມໄປກ່ອນວ່າມັນ ຍາກ
ແລະ ລືມທຸກຄວາມຄິດທີ່ອັກຄະຕິຕໍ່ພາສາອັງກິດ

ຖ້າທ່ານເປັນຄົນທີ່ຮຽນໃໝ່ ແລະ ພາສາອັງກິດຍັງບໍ່ເກັ່ງ (ຜູ້ຂຽນກໍ່ຍັງ ປູໆ ປາໆ ຄືກັນ) ທ່ານອາດຈະອ່ານພາສາໄທ ໂຕທີ່ມັນເປັນພື້ນຖານກ່ອນ ຕົວຢ່າງ ເຊັ່ນ: ທ່ານຮຽນຂຽນໂປຣແກຣມ ທ່ານສົນໃຈຄຳວ່າ OOP ອັນນີ້ກໍ່ໃຫ້ທ່ານ ຊອກຄວາມໝາຍທີ່ເປັນພາສາໄທ ມາອ່ານກ່ອນ ເພືອໃຫ້ທ່ານເຂົ້າໃຈໃນເບື້ອງຕົ້ນກ່ອນ ຫຼັງຈາກນັ້ນທ່ານຄ່ອຍໄປຊອກອ່ານໜັງສືທີ່ເປັນພາສາອັງກິດ ແລະ ຕົວຢ່າງເຮັດຕາມຕົວຢ່າງຕາມປື້ມທີ່ເປັນພາສາອັງກິດ ເພາະວ່າຖ້າຮຽນນຳໜັງສືໄທ ບາງຫົວອາດຈະຍັງບໍ່ຄົບຖ້ວນ ແລະ ສອນແຕ່ພື້ນຖານຈົນເກີນໄປ

ຖ້າທ່ານເຂົ້າໃຈຄວາມໝາຍທີ່ເປັນ ພາສາໄທແລ້ວ ເວລາຍ້າຍໄປພາສາອັງກິດກໍ່ບໍ່ຍາກປານໃດ ເພາະເຮົາເຂົ້າໃຈແນວທາງມັນແລ້ວ ຖ້າຮຽນໜັງສືທີ່ສອນຂຽນໂປຣແກຣມ ທີ່ເປັນພາສາອັງກິດ ຂ້ອຍຈະແນະນຳໃຫ້ ເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນ ຈະເຂົ້າໃຈຫຼາຍກວ່າ ທີ່ເຮົາຈະໄປນັ່ງອ່ານທິດສະດີ ແລະ ແປໄປເທືອລະໜ້າ ເພາະມັນຈະເຮັດໃຫ້ເຮົາເມື່ອຍ ແລະ ເບື່ອໜ່າຍ ເພາະມັນຍາກ ແລະ ເຮົາເອງແປບໍ່ຖືກປານໃດ

ແຕ່ໜັງສືສອນຂຽນໂປຣແກຣມ ທີ່ເປັນພາ່ສາອັງກິດບາງຫົວກໍ່ບໍ່ໄດ້ໃຊ້ຄຳເວົ້າທີ່ຫຍຸ້ງຍາກ ແລະ ສັບສົນຈົນເກີນໄປ ເຂົາເຈົ້າຈະໃຊ້ຄຳສັບທີ່ງ່າຍໆ ອ່ານແລ້ວ ພໍເດົາໄດ້

ແລ້ວກໍ່ລົງມືເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນເລີຍ ຈື່ງຈະເຫັນພາບທີ່ຊັດເຈນຂື້ນມາ
ມື້ໃດ ຖ້າໃຈດີກໍ່ໃຫ້ຮຽນອ່ານ ແລະ ແປ ນຳກໍ່ດີ ຈື່ງຈະເຮັດໃຫ້ເກັ່ງ ພາສາອັງກິດນຳ

ສະຫຼຸບ ແລ້ວກໍ່ຄື ຊອກອ່ານທິດສະດີທີ່ເປັນພາສາໄທມາອ່ານກ່ອນ ແລະ ປະຕິບັດຕົວຢ່າງຕາມປື້ມພາສາອັງກິດ ຫຼື ຄວບຄູ່ກັນໄປທັງໄທ ແລະ ອັງກິດກໍ່ຍິ່ງດີ

ສຳລັບ ການຮຽນ CD ສອນທີ່ເປັນພາສາອັງກິດ ຈະງ່າຍກວ່າການອ່ານ ໜັງສືທີ່ເປັນພາສາອັງກິດໜ້ອຍໜື່ງ ຍ້ອນວ່າເຂົາເຈົ້າຈະສອນເປັນຂັ້ນຕອນ ແລະ ປະຕິບັດຕາມໄດ້ເລີຍ ໂດຍບໍ່ຕ້ອງຄິດຫຍັງຫຼາຍ ຖ້າຟັງສຳນຽງອອກ ແລະ ແປໄດ້ ກະຟັງໄປ ຖ້າຟັງບໍ່ອອກ ແປບໍ່ໄດ້ ກໍ່ເຮັດຕາມຢ່າງດຽວ

ເຫດຜົນທີ່ບໍ່ຢາກໃຫ້ທ່ານມອງຂ້າມ ໜັງສືທີ່ເປັນພາສາອັງກິດ ກໍ່ຍ້ອນວ່າບາງຢ່າງທີ່ມັນສອນດີ ແລະ ລະອຽດ ເຊີ່ງເຮົາຊອກອ່ານ ຊອກຮຽນເປັນພາສາໄທມັນບໍ່ມີ

ຄິດໄປ ຄິດມາ ຢ່າງໜື່ງກໍ່ເສຍດາຍ ຖ້າເຮົາບໍ່ຮຽນ ບໍ່ອ່ານຫຼັກສູດພາສາອັງກິດ ເພາະຫຼັກສູດຂັ້ນສູງມັກຈະຢູ່ນຳ ພາສາອັງກິດ  ຕົວຢ່າງເຊັ່ນ: ການຂຽນເວັບ Social Network ດ້ວຍ ພາສາ PHP, MySQL ເຊີ່ງພາສາໄທບໍ່ມີ ມີແຕ່ສອນເປັນພາສາອັງກິດ ແລະ ເຮັດແນວໃດເຮົາຈະໄດ້ຮຽນມັນ ຖ້າເຮົາບໍ່ຮຽນເປັນພາສາອັງກິດ
 ອັນນີ້ກໍ່ໜ້າເສຍດາຍ ຖ້າເຮົາປິດໂຕເອງແລະບໍ່ຮຽນມັນ

ຖ້າເຮົາຢາກເກັ່ງແທ້ໆ ຊິຍາກແນວໃດກໍ່ອົດເອົາ ຖ້າອົດບໍ່ໄດ້ ກໍ່ສະແດງວ່າຕົນເອງອ່ອນ ຄວາມອົດທົນຕ່ຳ ອົດສ່ຳນີ້ຍັງບໍ່ໄດ້ ແລ້ວຈະໄປພົບກັບສີ່ງທີ່ມັນຍາກ ແລະ ທ້າທາຍໃນພາຍໜ້າໄດ້ແນວໃດ

ທີ່ແນະນຳຂ້າງເທິງນັ້ນກໍ່ເປັນພຽງແນວທາງໄປປະຕິບັດ ແລະ ຂື້ນກັບຕົວທ່ານເອງທີ່ຈະຍອມປ່ຽນໂຕເອງ ຫຼື ບໍ່

ໃຫ້ທ່ານລອງໄປຄິດ ພິຈາລະນາເບີ່ງວ່າມັນດີ ຫຼື ບໍ່ ຫຼື ຂັດແຍ່ງກັບຄວາມຄິດທ່ານບ່ອນໃດ ແລ້ວ ທ່ານກໍ່ປັບແຕ່ງໃຫ້ເຂົ້າກັບ ຊີວິດຂອງທ່ານ ເພາະທ່ານເປັນຄົນຕັດສິນໃຈເອງຢູ່ແລ້ວ


ຢ່າຟ້າວທໍ້ເດີ້ ຊີວິດນີ້ ມັນຫຍັງຫຼາຍຢ່າງໃຫ້ຮຽນຮູ້ ແລະ ມີອຸປະສັກໄວ້ທົດສອບໃຈຂອງເຈົ້າ ວ່າຈະທົນໄດ້ສ່ຳໃດ





ແກ້ວອຸດອນ ນັນທະວິໄລ
www.laosmartsoft.com


















วันอังคารที่ 7 กรกฎาคม พ.ศ. 2558

ຫຼັກສູດ ສອນເຮັດເຝີ

ມີສອງອ້າຍນ້ອງທີ່ຮັກແພງກັນ ແຕ່ບໍ່ແມ່ນອ້າຍນ້ອງແທ້ໆ  ໄດ້ຮຽນວິທີເຮັດເຝີ ໃນສຳນັກດຽວກັນ

ຫຼັງຈາກທີ່ຈົບຫຼັກສູດແລ້ວ
ຜູ້ເປັນນ້ອງນັ້ນເຮັດເຝີເປັນ ແລະ ມີຄົນຮູ້ຈັກເລື່ອງເຮັດເຝີຫຼາຍສົມຄວນ

ແລະ   ຜູ້ເປັນນ້ອງໄດ້ຊວນອ້າຍວ່າ ຊິເຮັດຫຼັກສູດສອນວິທີເຮັດເຝີນຳກັນ ເອົາສະຖານທີ່ ທີ່ອ້າຍເຊົ່າຢູ່ເປັນທີ່ຕັ້ງ  ເພາະວ່າແນວໃດອ້າຍກໍ່ໄດ້ເຊົ່າຢູ່ແລ້ວ ສ່ວນລາຍໄດ້ແມ່ນແບ່ງກັນຄົນເຄີ່ງ

ຫຼັງຈາກນັ້ນຜູ້ເປັນນ້ອງກໍ່ໄດ້ຄົ້ນຄິດຫຼັກສູດ  ວິທີເຮັດເຝີ ເພື່ອດືງດູດຜູ້ທີ່ຈະມາຮຽນເຮັດເຝີ
ແລະ ໄດ້ອອກໄປຢາຍໃບປິວນຳກັນ ເພື່ອຊອກນັກຮຽນ ຈົນມີນັກຮຽນມາຮຽນ  ແລະ ມີລາຍຮັບເກີດຂື້ນ

ສ່ວນການສອນເຮັດເຝີນັ້ນ ຜູ້ເປັນນ້ອງເປັນຜູ້ສອນທັງໝົດ ຫຼັກສູດກໍ່ຄິດເອງທັງໝົດ ເວລານັກຮຽນກັບບ້ານ ແລະ ຕິດບັນຫາ ຜູ້ເປັນນ້ອງກໍ່ໄດ້ຕອບໃຫ້ທັງໝົດ   ເວົ້າງ່າຍໆກໍ່ຄື Support ນັກຮຽນທຸກຢ່າງກ່ຽວກັບບັນຫາ ເພື່ອໃຫ້ເກີດຄວາມຮູ້ສືກດີ ແລະ ຫວ່າງ ອາຈານ ກັບ ນັກຮຽນ


ສ່ວນຜູ້ເປັນອ້າຍນັ້ນ ເກັບເງີນລົງທະບຽນຢ່າງດຽວ ເພາະລາວເປັນເຈົ້າຂອງສະຖານທີ່  ຈາກທີ່ຕົກລົງກັນວ່າ ປັນກັນຄົນເຄີ່ງນັ້ນ  ຫຼັງຈາກຈົບຫຼັກສູດສອນເຮັດເຝີ ຜູ້ເປັນອ້າຍກໍ່ອ້າງວ່າຕ້ອງໄດ້ຈ່າຍຄ່າໄຟ ຕ່າງ   ແລະ ໃຫ້ນ້ອງອອກຄ່າໄຟຊ່ວຍ  ຜູ້ເປັນນ້ອງກໍ່ເຫັນໃຈ ເລີຍອອກຊ່ວຍ   ຈາກທີ່ຕົກລົງກັນຄົນເຄີ່ງນັ້ນເລີຍບໍ່ໄດ້ຮອດເຄີ່ງຊ້ຳ

ຫຼັງຈາກນັ້ນໄປຫຼາຍເດືອນ ນັກຮຽນກໍ່ເລີ່ມຫຼາຍຂື້ນ ມີລາຍຮັບຫຼາຍຂື້ນ ແລະ ອະນາຄົດເລີ່ມສົດໃສ
ຜູ້ເປັນອ້າຍກໍ່ຢາກຕົກລົງກັນໃໝ່ ເລືອງການແບ່ງປັນຄ່າຕອບແທນ  ໂດຍ ອ້າຍຈະເອົາ 60% ແລະ ໃຫ້ນ້ອງ 40%   ແລະ ອ້າຍຈະອອກຄ່າໄຟ ແລະ ຊອກນັກຮຽນມາໃຫ້   ຜູ້ເປັນນ້ອງກໍ່ຕັດສິນໃຈຍາກ  ເພາະຮູ້ວ່າມັນບໍ່ຄຸ້ມແນ່ນອນ ແຕ່ກໍ່ຕົກລົງ ຍ້ອນຄວາມຈຳເປັນ ເພາະ ຮັບນັກຮຽນມາແລ້ວ


ຫຼັງຈາກທີ່ເປີດສອນແລ້ວ ຜູ້ເປັນນ້ອງໄດ້ໄປເປີດບ່ອນສອນເຮັດເຝີເປັນຂອງຕົນເອງ ເພາະລາວຮູ້ສືກວ່າ ມັນບໍ່ຄຸ້ມຄ່າກັບການທີ່ລາວເປັນຄົນສອນໝົດທຸກຢ່າງ ມັນບໍ່ຄຸ້ມກັບການທີ່ລາວອອກແຮງທຸ່ມເທເລີຍ  ແລະ ອີກຢ່າງຫຼັກສູດກໍ່ລາວເປັນຄົນຄິດຄົ້ນ ແລະ ສອນເອງ ໜ້າຈະບໍ່ມີບັນຫາຫຍັງຖ້າຈະມາເປີດເປັນຂອງຕົນເອງ

ແຕ່ວ່າມັນສ້າງຄວາມບໍ່ພໍໃຈໃຫ້ຜູ້ເປັນອ້າຍແນ່ນອນ ເພາະວ່າຈະບໍ່ມີຄົນຫາເງິນມາໃຫ້ ແລະ ຂາດລາຍຮັບໃນຫຼັກສູດນີ້ແລ້ວ
ລາວໄດ້ເຮັດທຸກວິທີທາງທີ່ຈະເອົາຫຼັກສູດທີ່ນ້ອງຄິດໄປເປັນຂອງຕົນເອງ  ໃຊ້ເລ່ຫຼ່ຽມຕ່າງເພື່ອຢາກໄດ້ຫຼັກສູດນັ້ນ  ແຕ່ຜູ້ເປັນນ້ອງກໍ່ຫາວິທີໃນການປົກປ້ອງຊັບສິນທາງປັນຍາຂອງລາວສຸດຊີວິດ

ຫຼັງຈາກນັ້ນທັງສອງອ້າຍນ້ອງກໍ່ກາຍເປັນຄູ່ແຂ່ງກັນ  ແລະບໍ່ໄດ້ຕິດຕໍ່ກັນອີກເລີຍ


ນິທານເລື່ອງນີ້ສອນໃຫ້ຮູ້ວ່າ

- ຢ່າຮ່ວມການລົງທືນກັບຄົນທີ່ມັກເອົາປຽບເຮົາ ເຖິງຈະແມ່ນ ໝູ່ຄູ່ ຫຼື ຍາດຕິພີ່ນ້ອງກໍ່ຕາມ
- ຖ້າທ່ານຈະເປີດສອນຫຼັກສູດໃດກໍ່ຕາມ ທ່ານຄວນເປັນຄົນຄິດມັນຂື້ນມາເອງ ແລະ ຮູ້ມັນຢ່າງລະອຽດ ໂດຍບໍ່ຫວັງຈະເອົາຫຼັກສູດຄົນອື່ນມາເປັນຂອງຕົນ
- ຢ່າໂລບມາກຈົນເກີນໄປ ຈົນລືມວ່າໃຜເປັນຄົນເຮັດໃຫ້ຫຼັກສູດນັ້ນມັນເດີນຕໍ່ໄປໄດ້
- ອັນໃດທີ່ທ່ານຄິດວ່າມັນບໍ່ຄຸ້ມຄ່າຕໍ່ຕົວທ່ານ ທ່ານກໍ່ຈົ່ງຢ່າໄປອົດທົນກັບມັນ ອອກມາເຮັດເປັນຂອງຕົນເອງຈະດີກວ່າ










วันอาทิตย์ที่ 17 พฤษภาคม พ.ศ. 2558

ການເລືອກພາສາທີ່ໃຊ້ຂຽນໂປຣແກມ ຫຼື ເວັບໄຊ

ສຳລັບຄົນທີ່ຍັງຮຽນໃໝ່ແລ້ວອາດຈະຍັງເລືອກບໍ່ຖືກກັບພາສາທີ່ຈະໃຊ້ຂຽນໂປຣແກຣມ ມື້ນີ້ຂ້ອຍຈະມາແນະນຳເລັກໜ້ອຍ ສຳລັບທ່ານໃດທີ່ຍັງເລືອກບໍ່ໄດ້ເທື່ອ ວ່າຈະຂຽນພາສາໃດຈັ່ງຊິເໝາະກັບຕົນເອງ

ເຊີ່ງປັດຈຸບັນນີ້ກະມີຫຼາຍພາສາຍອດນິຍົມທີ່ເຮັດໃຫ້ເຮົາຕັດສິນໃຈຍາກ ເຊັ່ນ:  java ,c#,php,vb.net,python,c++,c,swift ແລະ ອື່ນໆ ອີກຫຼາກຫຼາຍ. ຖ້າເຮົາຊອກໃນ google ວ່າ Top 10 programming languages ກໍ່ຈະເຫັນການຈັດອັນດັບທີ່ປ່ຽນໄປທຸກປີ ຫຼື ບາງເວັບກະຈັດອັນດັບບໍ່ຄືກັນ

ກ່ອນອື່ນຕ້ອງໃຫ້ຮູ້ຈຸດປະສົງກ່ອນວ່າເຮົາຈະຂຽນເວັບ ຫຼື ໂປຣແກຣມ ຫຼື ຂຽນແອບ ຖ້າເຮົາຮູ້ຈຸດປະສົງແລ້ວ ພາສາທີ່ເປັນຕົວເລືອກກໍ່ຈະໜ້ອຍລົງມາເລື່ອຍໆ  ສົມມຸດວ່າ  ມັກຂຽນເວັບຊະ (ທ່ານຕ້ອງຂຽນ HTML,CSS,JAVA SCRIPT ໃຫ້ເປັນກ່ອນ) ພາສາທີ່ເປັນໂຕເລືອກໃຫຍ່ໆກໍ່ຈະມີ php,asp,jsp  ອັນນີ້ຍົກຕົວຢ່າງ 3 ພາສາໃຫຍ່ໆເນາະ,
ບາດນີ້ໃຫ້ລອງຂຽນໃນ 3 ພາສານີ້ວ່າພາສາໃດທີ່ຕົນເອງຂຽນແລ້ວຮູ້ສືກວ່າມັນງ່າຍ ມັນສະດວກ  ແລະ ມີເອກສານສອນຫຼາຍ ຊອກວິທີແກ້ບັນຫາໄດ້ງ່າຍເພາະມີຄົນໃຊ້ຫຼາຍ ກໍ່ຄວນເລືອກພາສານັ້ນກ່ອນ ແລ້ວພາສາອື່ນກໍ່ຮຽນເສີມໄປກະໄດ້.

ຢ່າໄປເຊື່ອຄຳເວົ້າຄົນອື່ນຫຼາຍວ່າ ພາສານັ້ນດີ ພາສານີ້ບໍ່ດີ ລອງມັນກ່ອນ ຈັ່ງຊິຮູ້ ບາງຄົນນີ້ຍັງບໍ່ໄດ້ລອງກະເວົ້າວ່າມັນບໍ່ດີແລ້ວ ເຫັນເຂົາວ່າມັນບໍ່ດີລະວ່ານຳ. ເຫັນເຂົາເຮີ່ພາສານີ້ກະເຮີ່ໄປນຳ ບືດດຽວກະເຮີ່ໄປອັນໃໝ່ອີກ ຖ້າເປັນແນວນີ້ສຸດທ້າຍບໍ່ເກັ່ງຈັກອັນ ໃຫ້ຂຽນໄດ້ພາສາໜືງກ່ອນ ແລ້ວຄ່ອຍຢາກຮຽນຫຍັງກະຮຽນ.

ຖ້າມັກຂຽນໂປຣແກຣມ ກະມີຕົວເລືອກໃຫຍ່ໆ 3 ພາສາຄືເກົ່າ JAVA,C#,VB.NET . 3 ພາສານີ້ກໍ່ລອງເບີ່ງກ່ອນ ສືກສາມັນກ່ອນ ໃຫ້ຮູ້ຂໍ້ດີຂໍ້ເສຍ ໃຫ້ຮູ່ວ່າອັນໃດທີ່ເຮົາຂຽນແລ້ວມັນງ່າຍ ແລະ ສະດວກ ໃຊ້ເວລາໜ້ອຍ ກໍ່ເລືອກພາສານັ້ນຂຽນກ່ອນ ຂຽນເປັນແລ້ວໄປພາສາໃໝ່ກໍ່ບໍ່ຍາກເລີຍ

ຂຽນພາສາທີ່ມັນຍາກກໍ່ບໍ່ໄດ້ໝາຍຄວາມວ່າ ເກັ່ງກວ່າຄົນອື່ນ ສຳຄັນແມ່ນໂປຣແກຣມ ທີ່ອອກມາມັນໃຊ້ໄດ້ແທ້ ຫຼື ບໍ່ ໃຊ້ເວລາຂຽນດົນປານໃດ ແລະ ເຮົາຂຽນຫຍັງອອກມາໄດ້ແລ້ວ. ຖ້າຂຽນໂປຣແກຣມໃຫ້ລູກຄ້າແລ້ວສຳຄັນແມ່ນເວລາ ແລະ ໃຊ້ງານງ່າຍ ສ່ວນ ຂຽນເວັບກໍ່ເນັ້ນໄປເລື່ອງຄວາມສວຍງາມ ແລະ ໂຫຼດໜ້າເວັບໄດ້ໄວ.

ສຳລັບທ່ານໃດທີ່ຍັງເລືອກບໍ່ຖືກກໍ່ໄປລອງຂຽນເບີ່ງເດີ້ ແລ້ວ ຫາກຊິຮູ້ວ່າ ແຕ່ລະພາສາມີຈຸດດີ ແລະ ຈຸດອ່ອນແນວໃດ. ຂອບໃຈເດີ້ ທີ່ອ່ານຈົນຈົບ

ຝາກ Page: laosmartsoft ນຳເດີ້ www.facebook.com/laosmartsoft




วันจันทร์ที่ 27 เมษายน พ.ศ. 2558

ຄວາມຄິດຕອນຮຽນ ກັບ ຕອນຮັບວຽກຕົວຈິງ ມັນຕ່າງກັນຫຼາຍໆ

ຄວາມຄິດຕອນຮຽນນັ້ນ ເປັນຄວາມຄິດທີ່ຍັງບໍ່ເຫັນພາບເລີຍວ່າ ຮຽນຈົບແລ້ວຈະໄປເຮັດຫຍັງ
ຕອນຮຽນມັນເປັນຊ່ວງເວລາທີ່ມີຄວາມສຸກ ບໍ່ກົດດັນຫຍັງເລີຍ ເມື່ອຍກະພັກຜ່ອນ ຫຼີ້ນເກມ ກິນເບຍ ຕາມປົກກະຕິຂອງໄວລຸ້ນ ບາງມື້ກະຮຽນຂຽນໂປຣແກຣມ ບາງມື້ກໍ່ບໍ່ໄດ້ຮຽນ ຍ້ອນຕອນນັ້ນຈັບທາງບໍ່ຖືກ ວ່າຊິຮຽນຫຍັງໃຫ້ເກັ່ງແທ້ ເພາະອັນໃດກໍ່ປູໆປາໆ ຍ້ອນມັນບໍ່ມີແຮງຈູງໃຈ  
      ຈົນສຸດທ້າຍ ຕັດສິນໃຈອອກຈາກ ການຮຽນປະຫວັດສາດເຊີ່ງຮຽນມາໄດ້ 3 ປີແລ້ວກຳລັງຈະຂື້ນປີ 4 ຕອນນັ້ນຂ້ອຍຮຽນ 2 ສາຍ ຮຽນປະຫວັດສາດກ່ອນ 1 ປີ(ໄດ້ທືນມາຮຽນ) ແລ້ວຈື່ງຮຽນ ໄອທີ
      ການຕັດສິນໃຈຄັ້ງນັ້ນຫຼາຍຄົນກໍ່ເວົ້າຕ່າງໆ ນາໆ ວ່າເປັນຫຍັງຄືບໍ່ຮຽນໃຫ້ຈົບ ເສຍດາຍແທນ
ສຳລັບຂ້ອຍແລ້ວມັນບໍ່ມັນຄວາມໝາຍເລີຍ ກັບການຮຽນສີ່ງທີ່ຕົນບໍ່ມັກ ຮຽນໄປມັນກໍ່ບໍ່ພັດທະນາຂື້ນ ຍ້ອນເຮົາບໍ່ມີໃຈໃຫ້ມັນເລີຍ
     ຕອນນັ້ນໄດ້ແຕ່ຄິດວ່າຂໍຮຽນໃຫ້ເກັ່ງຈັກໜື່ງສາຍຊະ ເອົາສີ່ງທີ່ເຮົາມັກນິລະ
ມັນເປັນຈຸດປ່ຽນຄັ້ງຍີ່ງໃຫຍ່ກັບຊີວິດຫຼາຍ ເພາະມັນຕ້ອງໄດ້ຮຽນໃຫ້ຈົບ ຍ້ອນຍັງເຫຼືອແຕ່ສາຍຮຽນດຽວ ອອກກໍ່ບໍ່ໄດ້ແລ້ວ ຈາກນັ້ນກໍ່ເລີ່ມເອົາໃຈໃສ່ ຮຽນຂຽນໂປຣແກຣມຈົນລືມກິນເຂົ້າ ຈົນບໍ່ຢາກນອນພຸ້ນລະ ນອນກໍ່ນອນເດີກກ່ອນໝູ່ ແຕ່ວ່າຕື່ນສວຍ ຍ້ອນມີຮຽນຕອນແລງ ຂ້ອຍກໍ່ເປັນແບບນັ້ນເປັນເວລາຫຼາຍປີ ຈົນສາມາດຂຽນໂປຣແກມໄດ້ ກໍ່ບໍ່ເຖິງຂັ້ນເກັ່ງດອກ ພໍຂຽນລະບົບນ້ອຍໆໄດ້ ພໍມີຄວາມຮູ້ຕິດໂຕ

ຈາກນັ້ນກໍ່ຮຽນຈົບ ມາເຮັດວຽກຊີວິດຕອນເຮັດວຽກນັ້ນມັນ ບໍ່ມີຫຍັງງ່າຍເລີຍ ເຮັດແຕ່ສີ່ງທີ່ເຮົາບໍ່ເຄີຍຮຽນມາກ່ອນ ບໍ່ເຄີຍຮູ້ເລີຍ ຄວາມກົດດັນກໍ່ຫຼາຍ ບໍ່ມີເວລາຮຽນຫຼາຍຄືແຕ່ກ່ອນ

   ມາເວົ້າເຖິງການຮັບວຽກຂຽນໂປຣແກຣມ ອັນນີ້ມີລູກຄ້າມາຈ້າງຂຽນ ຄວາມກົດດັນຍີ່ງຫຼາຍຂື້ນກວ່າເກົ່າຍ້ອນເຮົາໄດ້ຮັບປາກເຂົາເຈົ້າແລ້ວຕ້ອງເຮັດໃຫ້ໄດ້ ເວລາກໍ່ຈຳກັດ ຄວາມອົດທົນກໍ່ຕ້ອງສູງ

ຈາກນັ້ນກໍ່ໄດ້ຮູ້ວ່າຕອນຮຽນກັບຕອນຮັບວຽກໂຕຈິງມັນເອົາປະສົບການຈາການຮຽນມາໃຊ້ບໍ່ໄດ້ເລີຍ ທຸກຢ່າງຮຽນຮູ້ໃໝ່ໝົດ

ສະນັ້ນ ຢາກໃຫ້ທຸກທ່ານລອງວຽກໂຕຈິງເລີຍ ຈັ່ງຊິເກັ່ງຂື້ນ ຝືກຄວາມອົດທົນ ແລະ ໂຈດຍາກຍີ່ງສ້າງສີມືເຮົາ
  ຢ່າລັງເລ ທີ່ຈະເດີນຕາມຝັນຂອງໂຕເອງ


ແກ້ວອຸດອນ ນັນທະວິໄລ
ເຈົ້າຂອງ www.laosmartsoft.com