วันจันทร์ที่ 11 มกราคม พ.ศ. 2559

ສ້າງປະສົບການ ການຂຽນໂປຣແກຣມໃນຕອນຮຽນ

ບົດຄວາມມື້ນີ້ມາໃນຫົວຂໍ້ ສ້າງປະສົບການໃນຕອນຮຽນ ສຳລັບຄົນທີ່ຍັງຮຽນຢູ່ ຫຼື ຫາກໍ່ຈົບໃໝ່ ຈະເສຍປຽບເວລາສະໝັກວຽກ ຫຼື ເວລາທີ່ມີການເວົ້າເຖິງປະສົບການໃນການເຮັດວຽກ

ຂ້ອຍກໍ່ເປັນຄົນໜື່ງທີ່ຜ່ານການຮ່ຳຮຽນມາຈາກມະຫາວິທະຍາໄລ ຄືກັນກັບຫຼາຍໆທ່ານ ແລະ ເຂົ້າໃຈດີ ວ່າໃນຕອນຮຽນມັນເປັນແນວໃດ

ສິ່ງທີ່ຄົນທົ່ວໄປເບີ່ງຄົນຈົບໃໝ່ນັ້ນຄືບໍ່ມີ ປະສົບການ ບໍ່ມີຄວາມສາມາດເຮັດໃນສິ່ງຍາກໆໄດ້
ຄຳເວົ້ານີ້ອາດຈະຖືກສຳລັບ ບາງສາຍຮຽນເທົ່ານັ້ນ ແຕ່ສຳລັບໂປຣແກຣເມີ ແລ້ວມັນບໍ່ຖືກສະເໝີໄປ
ເພາະໂປຣແກຣມເມີ ສາມາດສ້າງປະສົບຈາກຄອມພິວເຕີພຽງໜື່ງເຄື່ອງ ແລະ ສ້າງປະສົບການໄດ້ຕະຫຼອດ ໂດຍບໍ່ມີກຳນົດເວລາ (ໃຊ້ເວລານອນສ້າງປະສົບການນັ້ນເອງ ຄືຄົນທົ່ວໄປອາດຈະເຂົ້ານອນຕອນ 9-10 ໂມງແລງ ແຕ່ໂປຣແກຣມເມີນັ້ນນອນ 12 ໂມງຂື້ນໄປ) ເຮັດໃຫ້ມີເວລາໃນການສືກສາຮ່ຳຮຽນຫຼາຍກວ່າຄົນອື່ນ ທີ່ແນະນຳໃຫ້ນອນເດີກກໍ່ຍ້ອນວ່າ ຢາກໃຫ້ຮຽນໜັກກວ່າຄົນອື່ນ ແລະ ມີຄວາມຮູ້ເລື່ອງຄອມຫຼາຍກວ່າຄົນທົ່ວໄປນັ້ນເອງ (ຮຽນຫຼາຍໄດ້ຫຼາຍ ຮຽນໜ້ອຍໄດ້ໜ້ອຍ) ຫຼັງຈາກທີ່ຮ່ຳຮຽນຈົນປະສົບຄວາມສຳເລັດແລ້ວຄ່ອຍນອນໄວຂື້ນເດີ້

ກັບມາທີ່ເຮົາຈະສ້າງປະສົບການໃນຕອນຮຽນໄດ້ແນວໃດ ຂ້ອຍກໍ່ເປັນຄົນໜື່ງທີ່ຢາກຂຽນໂປຣແກຣມໃຫ້ເປັນໃນສະໃໝຮຽນ ແລະ ຢາກຂຽນໃຫ້ເປັນລະບົບ ທີ່ສາມາດຂາຍໄດ້ ແຕ່ຂ້ອຍກໍ່ບໍ່ຮູ້ຈະປືກສາໃຜ ແລະ ຄົງບໍ່ມີໃຜມານັ່ງໃຫ້ເຮົາປືກສາ ແລະ ຖາມໄດ້ຕະຫຼອດເວລາ
 ການຖາມອາຈານເຮົາກໍ່ເກງເພີ່ນ ເພາະຮູ້ວ່າເພີ່ນກໍ່ມີວຽກຄືກັນ ເລີຍດົນໆຈື່ງຂໍຄຳປືກສານຳອາຈານ ແລະ ປືກສານຳລຸ້ນອ້າຍເທື່ອໜື່ງ ພໍໄດ້ແນວທາງ

ຍ້ອນບໍ່ມີຄົນໃຫ້ຄຳປືກສາໄດ້ຕະຫຼອດເວລາກ່ຽວກັບລະບົບທີ່ຈະສ້າງຂື້ນມາ
ສິ່ງທີ່ຂ້ອຍເຮັດໄດ້ໃນຕອນນັ້ນກໍ່ຄືໂຫຼດໂປຣແກຣມ ທີ່ເປັນ Demo ຂອງໄທມາເບີ່ງ ແລະ ສືກສາກ່ຽວກັບລະບົບໜ້າວຽກຂອງມັນ ວ່າມີຂັ້ນຕອນແນວໃດ ມີສ່ວນປະກອບຫຍັງແດ່ ແລະ ລອງມາຟັງປະສົບການພັດທະນາໂປຣແກຣມຂອງຂ້ອຍເບີ່ງເດີ້

ຍ້ອນໄປຕອນຍັງຮຽນ ຕອນນັ້ນຢາກເຮັດລະບົບໂຮງແຮມ ແຕ່່ກໍ່ບໍ່ຮູ້ວ່າລະບົບໂຮງແຮມມີໜ້າວຽກ ແລະ ລາຍລະອຽດມັນເປັນແນວໃດກັນແທ້ ເພາະບໍ່ເຄີຍນອນໂຮງແຮມ ຫຼືເຮັດວຽກຢູ່ໂຮງແຮມມາກ່ອນ ສິ່ງທີ່ເຮັດໃນອັນດັບຕົ້ນໆ ກໍ່ຄືສົມມຸດລະບົບແລະ ຂໍ້ມູນເອົາເອງ ຈາກນັ້ນ ໄປໂຫຼດໂປຣແກຣມ  Demo ຂອງໄທມາເບີ່ງ ແລະ ມາສ້າງຖານຂໍ້ມູນ ກໍ່ລອງມົ້ວໆໄປຄົນດຽວ ເພາະບໍ່ຮູ້ວ່າ table ໃນລະບົບເຂົາມີຫຍັງແດ່
ແລະລົງມືຂຽນມັນ ໃນຂັ້ນຕອນຂຽນໂຄດນັ້ນມັນໃຫ້ປະສົບການຫຼາຍຢ່າງ 

ຍ້ອນເທັກນິກບາງອັນ ເຮົາກໍ່ຍັງບໍ່ເຄີຍເຫັນ ແລະ ບໍ່ເຄີຍຂຽນມັນມາກ່ອນ ເຮັດໃຫ້ຕ້ອງໄດ້ຄົ້ນຄວ້າ ແລະ ສາມາດຂຽນມັນໄດ້ ໃນທີ່ສຸດ ເຖິງມັນຈະບໍ່ຜ່ານມືລູກຄ້າກໍ່ຕາມ ແຕ່ມັນກໍ່ເປັນລະບົບໜື່ງ ທີ່ສາມາດສ້າງໄດ້ໃນຕອນຮຽນ

ການທີ່ເຮັດລະບົບໜື່ງສຳເລັດ ມັນກໍ່ເປັນປະສົບການອັນໜື່ງ ທີ່ເຮັດໃຫ້ຂ້ອຍຂຽນລະບົບຕໍ່ໄປ ຈາກນັ້ນກໍ່ຂຽນລະບົບຂາຍສິນຄ້າ ແລະ ລະບົບອື່ນໆ ມາເລື່ອຍໆ ເຮັດໃຫ້ຕົນເອງມີປະສົບການຕັ້ງແຕ່ຕອນຮຽນ ເວລາຂຽນບົດຈົບຊັ້ນກໍ່ສະບາຍຂື້ນຫຼາຍ ແລະ ໄດ້ຊ່ວຍຂຽນໂປຣແກຣມໃນບົດຈົບຊັ້ນໃຫ້ຄົນອື່ນນຳ

ເຫັນບໍ່ວ່າປະສົບການ ຂອງການເປັນໂປຣແກຣມເມີນັ້ນ ສ້າງໄດ້ຈາກຕອນຮຽນ ແລະ ສ້າງຈາກຄອມພິວເຕີພຽງໜື່ງເຄື່ອງ ແລະ ຄວາມຕັ້ງໃຈຂອງທ່ານນັ້ນເອງ ເວລາໄປສະໝັກວຽກທ່ານກໍ່ເອົາລະບົບ ທີ່ທ່ານສ້າງຕອນຮຽນນັ້ນລະ ໃຫ້ຂະເຈົ້າເບີ່ງ ແລ້ວຂະເຈົ້າກໍ່ຈະເບີ່ງທ່ານບໍ່ຄືເດັກຈົບໃໝ່ທົ່ວໄປ ຍ້ອນທ່ານມີປະສົບການເລື່ອງ ການພັດທະນາໂປຣແກຣມມາແລ້ວ

ຮັບສະໝັກໂປຣແກຣມເມີໃນປັດຈຸບັນເຂົາເຈົ້າມັກຈະເບີ່ງຜົນງານ ຫຼາຍກວ່າຄະແນນແລ້ວເດີ້
ເວລາທີ່ຂ້ອຍໄປຮັບວຽກກັບລູກຄ້າເຂົາເຈົ້າມັກຈະຖາມວ່າ ມີຜົນງານ ແລະ ເຄີຍເຮັດລະບົບມາກ່ອນບໍ່ ລອງເອົາມາໃຫ້ເບີ່ງແນ່
 ເຂົາເຈົ້າບໍ່ເຄີຍຖາມວ່າ ຕອນຮຽນຈົບຄະແນນເຈົ້າໄດ້ເກດເທົ່າໃດ ໄດ້ຈັກຈຸດ ມີ A ຈັກໂຕ

ທີ່ເວົ້າແບບນີ້ບໍ່ແມ່ນວ່າ ບໍ່ຢາກໃຫ້ໄດ້ຄະແນນຫຼາຍເດີ້ ແຕ່ຖ້າຈະເດີນສາຍໂປຣແກຣມເມີແທ້ໆ ຄະແນນບໍ່ສຳຄັນເທົ່າຜົນງານຕົວຈິງທີ່ເຈົ້າເຮັດໃຫ້ມາ


 ຂໍໃຫ້ທ່ານພິຈາລະນາ ແລະ ປັບໃຫ້ແທດເໝາະຕາມຊີວິດຂອງທ່ານເດີ້ ເພາະຊີວິດແຕ່ລະຄົນບໍ່ຄືກັນ
ທີ່ເລົ່າມາຂ້າງເທິງແມ່ນປະສົບການຊີວິດຂອງຂ້ອຍ ອາດຈະແຕກຕ່າງກັນຕາມແຕ່ລະຄົນ


ຂໍຂອບໃຈທີ່ອ່ານຈົນຈົບ
ແກ້ວອຸດອນ ນັນທະວິໄລ (www.laosmartsoft.com)