วันพฤหัสบดีที่ 30 กรกฎาคม พ.ศ. 2558

ການວາງແຜນສຳລັບການຮຽນຂຽນໂປຣແກຣມ

ສຳລັບທ່ານທີ່ຮຽນຂຽນໂປຣແກຣມໃໝ່ແລ້ວ ອາດຈະຍັງບໍ່ຮູ້ວ່າຈະຮຽນແນວໃດ ຈະເລີ່ມຈາກຈຸດໃດ
ແລະ ຈະຂຽນຫຍັງ

ມື້ນີ້ຂ້ອຍຈະມາແນະນຳ ການວາງແຜນໃນການຂຽນໂປຣແກຣມ ສຳລັບຄົນທີ່ຮຽນໃໝ່ວ່າຈະເຮັດແນວໃດ ໃຫ້ມີປະສິດທິພາບ ຫຼາຍທີ່ສຸດ

ກ່ອນອື່ນທີ່ຢາກແນະນຳ ຄື : ຕ້ອງສຳຫຼວດຄວາມຮູ້ຕົວເອງກ່ອນວ່າຮູ້ຫຼາຍຊ່ຳໃດແລ້ວ ພື້ນຖານການຂຽນໂປຣແກຣມເຮົາຮູ້ຫຼາຍແລ້ວບໍ່ ຕົວຢ່າງເຊັ່ນ:ຈຳພວກ if else,loop,oop ທ່ານຂຽນມັນເປັນແລ້ວບໍ່ ເຂົ້າໃຈໃຊ້ງານມັນບໍ່   ຖ້າຍັງບໍ່ເຂົ້າໃຈຂ້ອຍແນະນຳໃຫ້ຮຽນມັນຈົນເປັນກ່ອນ ເອົາຈົນຈື່ ພຸ້ນລະ ເພາະມັນສຳຄັນຫຼາຍໃນພາຍໜ້າ ຖ້າຍັງບໍ່ເຂົ້າໃຈທ່ານກໍ່ຈະໄປຕໍ່ຍາກ ຍ້ອນທ່ານຂາດພື້ນຖານ, ຈຳພວກ ບວກ ລົບ ຄູນ ຫານ ທ່ານກໍ່ຕ້ອງຂຽນໃຫ້ເປັນເຊັ່ນກັນ

ໃຫ້ທ່ານຕັ້ງເປົ້າໝາຍວ່າ ໃນອາທິດນີ້ຈະຂຽນຈຳພວກ if else ໃຫ້ມັນເປັນ ແລະ ອາທິດຕໍ່ໄປຈະຮຽນຈຳພວກ loop.
              ທ່ານຕ້ອງຕັ້ງເປົ້າໝາຍ ຖ້າບໍ່ດັ່ງນັ້ນທ່ານຈະບໍ່ຮູ້ວ່າຈະເລີ່ມແນວໃດ ຖ້າທ່ານຮຽນທຸກມື້ ຂ້ອຍຄິດວ່າຈຳພວກ if else ນັ້ນທ່ານຂຽນເປັນແນ່ນອນໃນໄລຍະເວລາ 1 ອາທິດ ບາງທີຮຽນມັນມື້ດຽວທ່ານອາດຈະເຂົ້າໃຈແລ້ວ
ຖ້າທ່ານຕັ້ງໃຈແທ້ ນອກຈາກທ່ານຈະບໍ່ຈິງຈັງກັບມັນ

ຖ້າທ່ານຂຽນຈຳພວກ if else ເປັນ ແລະ ເຂົ້າໃຈມັນ ຕາມເປົ້າໝາຍທີ່ທ່ານຕັ້ງໄວ້ ທ່ານຈະເກີດມີແຮງບັນດານໃຈ ແລະ ເຊື່ອໝັ້ນ ໃນຕົນເອງວ່າທ່ານເຮັດໄດ້ ແລະ ມີກຳລັງໃຈໃນການຮຽນຂັ້ນຕໍ່ໄປ.

ໃຫ້ທ່ານຕັ້ງເປົ້າໝາຍແບບນີ້ໄປຕະຫຼອດ ແລ້ວທ່ານຈະຮູ້ວ່າ ທ່ານກໍ່ມີຄວາມສາມາດ ຂຽນໄດ້ຄືຄົນອື່ນ

ສິ່ງທີ່ຢາກແນະນຳ

ໃຫ້ທ່ານຄ່ອຍໆເປັນ ຄ່ອຍໆໄປ ຢ່າໃຈຮ້ອນ ໃຫ້ເຂົ້າໃຈວ່າທຸກຢ່າງຕ້ອງໃຊ້ເວລາເຝິກຜົນ ເຮົາບໍ່ແມ່ນຄົນອັດສະລິຍະ ບໍ່ແມ່ນເທວະດາ ບໍ່ແມ່ນຄົນວິເສດວິໂສ ມາຈາກໃສ ທີ່ຈະເກັ່ງໃນເວລາສັ້ນໆ ຕ້ອງເຝິກຜົນກ່ອນມັນຈືງຈະກ້າວໄປໜ້າແບບໝັ້ນໃຈ

ຊິຍົກຕົວຢ່າງໃຫ້ເຫັນພາບ
ທ່ານເບີ່ງຖ່າຍທອດສົດ ການແຂ່ງຂັນລົດຈັກ Moto GP ທ່ານເກີດມີຄວາມສົນໃຈ ໃຈຂື້ນ ຢາກເປັນນັກແຂ່ງລົດຄືເຂົາເຈົ້າ ແລ້ວຈັບລົດໂຕເອງໄປແຂ່ງແບບນັ້ນ ບອກໄດ້ສອງຄຳວ່າ : ເຈັບ ກັບ ຕາຍ , ຍ້ອນທ່ານບໍ່ມີພື້ນຖານການແຂ່ງລົດເລີຍ ມີແຕ່ພື້ນຖານການຂີ່ລົດຕາມທ້ອງຖະໜົນທຳມະດາ

ທ່ານບໍ່ຮູ້ຊ້ຳວ່າ ເວລາຈະເຂົ້າໂຄ້ງຕ້ອງເຮັດແນວໃດ, ທ່ານຕ້ອງບັງຄັບລົດແນວໃດເວລາທີ່ໃຊ້ຄວາມໄວສູງຈື່ງຈະບໍ່ລົ້ມງ່າຍໆ

 ການຂຽນໂປຣແກຣມກໍ່ເຊັ່ນກັນ ຢູ່ດີໆ ຈະມາຂຽນໃຫ້ເປັນໃນເວລາສັ້ນໆ ມັນກໍ່ຍາກ ຍ້ອນບໍ່ມີພື້ນຖານການຂຽນໂປຣແກຣມເລີຍ ສະນັ້ນກໍ່ໃຈເຢັນໆ ຮຽນພື້ນຖານໃຫ້ເປັນກ່ອນ ແລ້ວຄ່ອຍໆຮຽນອັນຍາກຂື້ນ

ຖ້າທ່ານຢາກມີແຮງບັນດານໃຈໃຫ້ທ່ານເບີ່ງ Messi ກັບ Ronaldo ລອງຄົ້ນປະຫວັດເຂົາເຈົ້າວ່າ ເຂົາເຈົ້າເຕະບານຈັກປີແລ້ວ ຈັ່ງເກັ່ງລະດັບໂລກແນວນັ້ນ ຄຳຕອບທີ່ໄດ້ກໍ່ຄືເຕະມາແຕ່ນ້ອຍໆພຸ້ນ ຈົນຮອດປັດຈຸບັນກໍ່ ຊາວປາຍປີແລ້ວທີ່ເຕະບານ ເຫັນບໍ່ວ່າເຂົາເຈົ້າຍັງໃຊ້ເວລາເຝິກຜົນ ເກັບປະສົບການ ແລະ ຮຽນຮູ້ຫຼາຍປີຊ່ຳໃດ ຈືງເກັ່ງແບບນັ້ນ

ຍົກຕົວຢ່າງ ໃນວົງການໂປຣແກຣມເມີ ເຊັ່ນ mark zuckerberg ເຈົ້າຂອງ facebook ລາວກໍ່ຂຽນໂປຣແກຣມແຕ່ນ້ອຍໆເຊັ່ນກັນ ສະສົມປະສົບການຫຼາຍປີຈື່ງເກັ່ງ ແລະ ລ່ຳລວຍແບບນັ້ນ

ລອງຖາມຕົວເອງ ແລ້ວເຮົາເດ ຂຽນໂປຣແກຣມຈັກປີແລ້ວ , ເຮົາກໍ່ເປັນຄົນຄືເຂົາເຈົ້ານັ້ນລະ ກໍ່ຕ້ອງໃຊ້ເວລາເຝິກຜົນຄືກັນ ຈື່ງຈະເກັ່ງ ຂື້ນກັບວ່າທ່ານມີຄວາມອົດທົນຫຼາຍຊ່ຳໃດ

ບອກໄດ້ເລີຍວ່າ ບໍ່ມີທາງລັດທີ່ຈະເກັ່ງ ໄດ້ແບບງ່າຍໆ ທຸກຢ່າງຕ້ອງໄດ້ອົດທົນ ເຝິກຜົນ ສະສົມປະສົບການ ລອງຜິດລອງຖືກ ພົບບັນຫາ ພົບອຸປະສັກ ຄືກັນໝົດ




ປືກສາແນວທາງການຂຽນໂປຣແກຣມໄດ້ທີ່: Keooudone Nanhthavilay
Facebook: www.facebook.com/DoneNanhthavilay





ไม่มีความคิดเห็น:

แสดงความคิดเห็น