วันศุกร์ที่ 24 กรกฎาคม พ.ศ. 2558

ແນວທາງການອ່ານ ebook ແລະ ຮຽນ CD ສອນທີ່ເປັນພາສາອັງກິດໃຫ້ເຂົ້າໃຈ

ຫຼາຍຄົນໆ ຄົງຈະເປັນຄືກັນກັບຂ້ອຍໃນສະໄໝກ່ອນທີ່ ໄດ້ຍິນຄຳວ່າປື້ມ ຫຼື ຊີດີ ສອນທີ່ເປັນພາສາອັງກິດ ແລ້ວ ຫັນໜ້າໜີທັນທີ ຄັນເປັນລີ້ງດາວໂຫຼດທີ່ແຈກໜັງສືຟຣີ ແຕ່ເປັນພາສາອັງກິດ ກໍ່ບໍ່ກົດດາວໂຫຼດຊ້ຳ

ມື້ນີ້ກໍ່ຈະມາແນະນຳແນວທາງໃຫ້ ລຸ້ນນ້ອງ ຫຼື ໝູ່ເພື່ອນທີ່ ຢາກຈະສືກສາໜັງສື ຫຼື ຫຼັກສູດຂອງຕ່າງປະເທດ

ສຳລັບທ່ານທີ່ຢາກຈະເປັນໂປຣແກຣມເມີ ແລ້ວ ໜັງສື ຫຼື ຫຼັກສູດ ທີ່ເປັນພາສາອັງກິດນັ້ນຍີ່ງສຳຄັນຫຼາຍ
ເພາະມັນຈະເປີດຄວາມຮູ້ຂອງທ່ານໃຫ້ຮັບເອົາຄວາມຮູ້ທີ່ກວ້າງ ຈາກຕ່າງປະເທດ ແລະ ນຳມາພັດທະນາຕົນເອງໃຫ້ເກັ່ງຂື້ນ

ແຕ່ກ່ອນຈະໄປອ່ານ ຫຼື ຮຽນຫຼັກສູດຕ່າງປະເທດນັ້ນ ສິ່ງທີ່ຕ້ອງເຮັດແມ່ນ ລືມໄປກ່ອນວ່າມັນ ຍາກ
ແລະ ລືມທຸກຄວາມຄິດທີ່ອັກຄະຕິຕໍ່ພາສາອັງກິດ

ຖ້າທ່ານເປັນຄົນທີ່ຮຽນໃໝ່ ແລະ ພາສາອັງກິດຍັງບໍ່ເກັ່ງ (ຜູ້ຂຽນກໍ່ຍັງ ປູໆ ປາໆ ຄືກັນ) ທ່ານອາດຈະອ່ານພາສາໄທ ໂຕທີ່ມັນເປັນພື້ນຖານກ່ອນ ຕົວຢ່າງ ເຊັ່ນ: ທ່ານຮຽນຂຽນໂປຣແກຣມ ທ່ານສົນໃຈຄຳວ່າ OOP ອັນນີ້ກໍ່ໃຫ້ທ່ານ ຊອກຄວາມໝາຍທີ່ເປັນພາສາໄທ ມາອ່ານກ່ອນ ເພືອໃຫ້ທ່ານເຂົ້າໃຈໃນເບື້ອງຕົ້ນກ່ອນ ຫຼັງຈາກນັ້ນທ່ານຄ່ອຍໄປຊອກອ່ານໜັງສືທີ່ເປັນພາສາອັງກິດ ແລະ ຕົວຢ່າງເຮັດຕາມຕົວຢ່າງຕາມປື້ມທີ່ເປັນພາສາອັງກິດ ເພາະວ່າຖ້າຮຽນນຳໜັງສືໄທ ບາງຫົວອາດຈະຍັງບໍ່ຄົບຖ້ວນ ແລະ ສອນແຕ່ພື້ນຖານຈົນເກີນໄປ

ຖ້າທ່ານເຂົ້າໃຈຄວາມໝາຍທີ່ເປັນ ພາສາໄທແລ້ວ ເວລາຍ້າຍໄປພາສາອັງກິດກໍ່ບໍ່ຍາກປານໃດ ເພາະເຮົາເຂົ້າໃຈແນວທາງມັນແລ້ວ ຖ້າຮຽນໜັງສືທີ່ສອນຂຽນໂປຣແກຣມ ທີ່ເປັນພາສາອັງກິດ ຂ້ອຍຈະແນະນຳໃຫ້ ເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນ ຈະເຂົ້າໃຈຫຼາຍກວ່າ ທີ່ເຮົາຈະໄປນັ່ງອ່ານທິດສະດີ ແລະ ແປໄປເທືອລະໜ້າ ເພາະມັນຈະເຮັດໃຫ້ເຮົາເມື່ອຍ ແລະ ເບື່ອໜ່າຍ ເພາະມັນຍາກ ແລະ ເຮົາເອງແປບໍ່ຖືກປານໃດ

ແຕ່ໜັງສືສອນຂຽນໂປຣແກຣມ ທີ່ເປັນພາ່ສາອັງກິດບາງຫົວກໍ່ບໍ່ໄດ້ໃຊ້ຄຳເວົ້າທີ່ຫຍຸ້ງຍາກ ແລະ ສັບສົນຈົນເກີນໄປ ເຂົາເຈົ້າຈະໃຊ້ຄຳສັບທີ່ງ່າຍໆ ອ່ານແລ້ວ ພໍເດົາໄດ້

ແລ້ວກໍ່ລົງມືເຮັດຕາມຕົວຢ່າງທີ່ເຂົາເຈົ້າສອນເລີຍ ຈື່ງຈະເຫັນພາບທີ່ຊັດເຈນຂື້ນມາ
ມື້ໃດ ຖ້າໃຈດີກໍ່ໃຫ້ຮຽນອ່ານ ແລະ ແປ ນຳກໍ່ດີ ຈື່ງຈະເຮັດໃຫ້ເກັ່ງ ພາສາອັງກິດນຳ

ສະຫຼຸບ ແລ້ວກໍ່ຄື ຊອກອ່ານທິດສະດີທີ່ເປັນພາສາໄທມາອ່ານກ່ອນ ແລະ ປະຕິບັດຕົວຢ່າງຕາມປື້ມພາສາອັງກິດ ຫຼື ຄວບຄູ່ກັນໄປທັງໄທ ແລະ ອັງກິດກໍ່ຍິ່ງດີ

ສຳລັບ ການຮຽນ CD ສອນທີ່ເປັນພາສາອັງກິດ ຈະງ່າຍກວ່າການອ່ານ ໜັງສືທີ່ເປັນພາສາອັງກິດໜ້ອຍໜື່ງ ຍ້ອນວ່າເຂົາເຈົ້າຈະສອນເປັນຂັ້ນຕອນ ແລະ ປະຕິບັດຕາມໄດ້ເລີຍ ໂດຍບໍ່ຕ້ອງຄິດຫຍັງຫຼາຍ ຖ້າຟັງສຳນຽງອອກ ແລະ ແປໄດ້ ກະຟັງໄປ ຖ້າຟັງບໍ່ອອກ ແປບໍ່ໄດ້ ກໍ່ເຮັດຕາມຢ່າງດຽວ

ເຫດຜົນທີ່ບໍ່ຢາກໃຫ້ທ່ານມອງຂ້າມ ໜັງສືທີ່ເປັນພາສາອັງກິດ ກໍ່ຍ້ອນວ່າບາງຢ່າງທີ່ມັນສອນດີ ແລະ ລະອຽດ ເຊີ່ງເຮົາຊອກອ່ານ ຊອກຮຽນເປັນພາສາໄທມັນບໍ່ມີ

ຄິດໄປ ຄິດມາ ຢ່າງໜື່ງກໍ່ເສຍດາຍ ຖ້າເຮົາບໍ່ຮຽນ ບໍ່ອ່ານຫຼັກສູດພາສາອັງກິດ ເພາະຫຼັກສູດຂັ້ນສູງມັກຈະຢູ່ນຳ ພາສາອັງກິດ  ຕົວຢ່າງເຊັ່ນ: ການຂຽນເວັບ Social Network ດ້ວຍ ພາສາ PHP, MySQL ເຊີ່ງພາສາໄທບໍ່ມີ ມີແຕ່ສອນເປັນພາສາອັງກິດ ແລະ ເຮັດແນວໃດເຮົາຈະໄດ້ຮຽນມັນ ຖ້າເຮົາບໍ່ຮຽນເປັນພາສາອັງກິດ
 ອັນນີ້ກໍ່ໜ້າເສຍດາຍ ຖ້າເຮົາປິດໂຕເອງແລະບໍ່ຮຽນມັນ

ຖ້າເຮົາຢາກເກັ່ງແທ້ໆ ຊິຍາກແນວໃດກໍ່ອົດເອົາ ຖ້າອົດບໍ່ໄດ້ ກໍ່ສະແດງວ່າຕົນເອງອ່ອນ ຄວາມອົດທົນຕ່ຳ ອົດສ່ຳນີ້ຍັງບໍ່ໄດ້ ແລ້ວຈະໄປພົບກັບສີ່ງທີ່ມັນຍາກ ແລະ ທ້າທາຍໃນພາຍໜ້າໄດ້ແນວໃດ

ທີ່ແນະນຳຂ້າງເທິງນັ້ນກໍ່ເປັນພຽງແນວທາງໄປປະຕິບັດ ແລະ ຂື້ນກັບຕົວທ່ານເອງທີ່ຈະຍອມປ່ຽນໂຕເອງ ຫຼື ບໍ່

ໃຫ້ທ່ານລອງໄປຄິດ ພິຈາລະນາເບີ່ງວ່າມັນດີ ຫຼື ບໍ່ ຫຼື ຂັດແຍ່ງກັບຄວາມຄິດທ່ານບ່ອນໃດ ແລ້ວ ທ່ານກໍ່ປັບແຕ່ງໃຫ້ເຂົ້າກັບ ຊີວິດຂອງທ່ານ ເພາະທ່ານເປັນຄົນຕັດສິນໃຈເອງຢູ່ແລ້ວ


ຢ່າຟ້າວທໍ້ເດີ້ ຊີວິດນີ້ ມັນຫຍັງຫຼາຍຢ່າງໃຫ້ຮຽນຮູ້ ແລະ ມີອຸປະສັກໄວ້ທົດສອບໃຈຂອງເຈົ້າ ວ່າຈະທົນໄດ້ສ່ຳໃດ





ແກ້ວອຸດອນ ນັນທະວິໄລ
www.laosmartsoft.com


















ไม่มีความคิดเห็น:

แสดงความคิดเห็น