ສ່ວນຫຼາຍຄົນທີ່ຢາກຂຽນໂປແກມເປັນນັ້ນ ມັກຢາກຈະສືກສານຳຄົນທີ່ເຂົາຂຽນເປັນແລ້ວ ໂດຍທີ່ຕົນເອງບໍ່ເຄີຍອ່ານປື້ມເລີຍ ບໍ່ມີພື້ນຖານເລີຍ ບໍ່ລອງສືກສາດ້ວຍຕົນເອງເບີ່ງ ຢາກຮຽນແຕ່ໂຕທີ່ມັນເປັນໂປເຈັກບາດດຽວ ເຊີ່ງມັນເປັນເລື່ອງຍາກທີ່ຈະເຂົ້າໃຈ ເພາະເຮົາບໍ່ມີພື້ນຖານ
ແລະ ກໍ່ໃຫ້ເກີດຄວາມຫຍໍ້ທໍ້ ເພາະບໍ່ຮູ້ຊິຂຽນຫຍັງ ຊິຂຽນກໍ່ຂຽນບໍ່ເປັນ ເພາະບໍ່ເຄີຍອ່ານປື້ມມາກ່ອນ ມື້ນີ້ຈະມາແນະນຳວິທີ ທີ່ຈະພາໃຫ້ທ່ານຂຽນໂປແກມເປັນ ໄວຂື້ນ
- ຊື້ປື້ມທີ່ເປັນພື້ນຖານມາອ່ານກ່ອນ
ອ່ານແລ້ວກໍ່ລອງປະຕິບັດຕົວຈິງໄປນຳ ຢ່າງໜ້ອຍກະໃຫ້ຮູ້ ປະກາດຕົວປ່ຽນ ໃຫ້ຮູ້ໂຄງສ້າງຂອງພາສາ - ໃຫ້ຮຽນຂຽນທຸກໆມື້ ເພື່ອບໍ່ໃຫ້ລືມ ແລະ ຂຽນໄປຕາມປື້ມກ່ອນ
- ລອງຂຽນໂດຍບໍ່ເບີ່ງປື້ມ ຫຼັງຈາກທີ່ອ່ານມາແລ້ວ ກໍ່ລອງຂຽນໂດຍທີ່ບໍ່ເບີ່ງປື້ມລອງເບີ່ງ ໃຫ້ລອງຂຽນຕົວຢ່າງ ງ່າຍໆກ່ອນ ເຊັ່ນ ການ ບວກ ລົບ ຄູນ ຫານ ລອງເບີ່ງກ່ອນ ຖ້າຂຽນໂດຍບໍ່ເບີ່ງປື້ມໄດ້ ຖືວ່າເຮົາເຂົ້າໃຈແລ້ວ ຖ້າຂຽນບໍ່ໄດ້ກໍ່ໃຫ້ລອງອ່ານ ແລະ ຂຽນໃໝ່ເບີ່ງ ເອົາຈົນຂຽນໄດ້ພຸ້ນລະ
- ໃຫ້ສືກສາຈຳພວກ if else , for loop , while loop ... ເຊີ່ງມີຫຼາຍຢ່າງໃຫ້ສືກສາ ໃຫ້ຄ່ອຍໆຮຽນຮູ້ໄປ ຢ່າໃຈຮ້ອນ , ໃຫ້ບອກໂຕເອງວ່າບໍ່ມີໃຜຂຽນເປັນມາແຕ່ເກີດ ທຸກຢ່າງຕ້ອງອາໃສເວລາ
- ອ່ານໜັງສື ທີ່ເປັນແຮງບັນດານໃຈນຳ ເພື່ອສ້າງກຳລັງໃຈໃຫ້ຕົນເອງ
- ຕ້ອງນອນເດີກກວ່າເກົ່າ ການນອນເດີກຈະເຮັດໃຫ້ເຮົາມີເວລາຮຽນຂຽນໂປແກມຫຼາຍຂື້ນ
- ຕັ້ງເປົ້າໝາຍໃນຊີວິດນຳ ບໍ່ແມ່ນຮຽນໄປຊື່ໆ ໃຫ້ຄິດວ່າຖ້າຂຽນໂປແກມເປັນເຮົາຈະມີວຽກເຮັດ ແລະ ມີເງິນໃຊ້ ຊີມີເງິນຫຼາຍຫຼືໜ້ອຍກໍ່ຂື້ນກັບຄວາມສາມາດ ແລະ ໂອກາດຂອງເຮົານຳ
- ລອງຂຽນເປັນໂປເຈັກເບີ່ງ ຂຽນໃຫ້ສຸດຄວາມສາມາດທີ່ເຮົາມີ ອັນໃດຂຽນບໍ່ອອກກະຊອກນຳ Google ເອົາ ທຸກບັນຫາທີ່ເຮົາພົບ ແມ່ນ ຄົນອື່ນພົບມາໝົດແລ້ວ ຮັບຮອງວ່າມີທາງອອກ
- ບໍ່ຕ້ອງຮຽນໃຫ້ໝົດ ໃຫ້ລະອຽດຫຼາຍ ຮຽນຮູ້ພໍໄດ້ໃຊ້ກໍ່ພໍ ເພາະບາງຢ່າງມັນກໍ່ບໍໄດ້ໃຊ້ກັບໜ້າວຽກເຮົາເລີຍ
ສຸດທ້າຍກໍ່ຂໍໃຫ້ທ່ານລອງຮຽນຂຽນໂປແກມເບີ່ງວ່າມັນແມ່ນຕົວທ່ານບໍ່ ທ່ານມັກມັນບໍ່ ຖ້າບໍ່ມັກກໍ່ເຊົາ ໄປຫາເຮັດແນວອື່ນ ຄົ້ນຫາຕົວທ່ານໃຫ້ພົບ ແລ້ວ ທ່ານຈະມີຄວາມສຸກ
ไม่มีความคิดเห็น:
แสดงความคิดเห็น