วันพฤหัสบดีที่ 19 กุมภาพันธ์ พ.ศ. 2558

ການລອງຜິດລອງຖືກດີທີ່ສຸດ

ໃນໂລກຄວາມເປັນຈິງແລ້ວ ບໍ່ມີສິ່ງໃດທີ່ສຳເລັດໂດຍທີ່ບໍ່ມີການລອງຜິດລອງຖືກ
 ຍົກຕົວຢ່າງວ່າເຮົາຫຼີ້ນເກມຊະເນາະ ເຮົາຍັງໄດ້ລອງວ່າວິທີນີ້ມັນຊິໄປໄດ້ບໍ່ ມັນຊິຜ່ານບໍ່ , ຖ້າມັນບໍ່ຜ່ານເຮົາກໍ່ຍັງກັບມາຫຼີ້ນໃໝ່ ແລະ ຫາທາງຫຼີ້ນຈົນມັນຜ່ານ

ການຂຽນໂປແກມກໍ່ເຊັ່ນກັນ ເຮົາກໍ່ຕ້ອງໄດ້ລອງວິທີຕ່າງໆ ເວົ້າງ່າຍໆ ກະແມ່ນການມົ້ວໄປກ່ອນຫັ່ນລະ ມົ້ວຫຼາຍໆເທື່ອ ບວກກັບຫາວິທີແກ້ບັນຫາໃນອິນເຕີເນັດນຳມັນຫາກຜ່ານເອງ . ຄົນທີ່ເຂົາເຈົ້າເກັ່ງນັ້ນ ກໍ່ລ້ວນແຕ່ລອງຜິດລອງຖືກມາໝົດແລ້ວ ເວລາເຮົາໄປເຫັນກະເຈົ້າເຮັດອັນໃດກໍ່ຄືວ່າງ່າຍ ສະບາຍ ບໍ່ມີຂ້ອງຄາ ຍ້ອນວ່າກະເຈົ້າໄດ້ປະສົບການມາຈາກການລອງຜິດລອງຖືກນັ້ນລະ .

ຂຽນໂປແກມຍີ່ງບໍ່ມີຫຍັງເສຍຫາຍ ບໍ່ໄດ້ລົງທືນຫຍັງ ມີຄອມແລ້ວກໍ່ລອງໄດ້ເລີຍ ບໍ່ເຮັດໃຫ້ຄອມເພ ຂຽນບໍ່ອອກກໍ່ລົບຂຽນໃໝ່ ຂຽນບໍ່ອອກກໍ່ບໍ່ມີໃຜຮ້າຍ ໃຜດ່າ ແຖມຍັງເຝີກຄວາມອົດທົນອີກ ຈັກມື້ຫາກຊິຮູ້ວ່າ ມັນບໍ່ເສຍຫາຍເລີຍທີ່ເຮົາລອງຜິດລອງຖືກມາ ແລະ ມັນຄຸ້ມຄ່າຫຼາຍ.

ຢາກໃຫ້ທຸກຄົນເບີ່ງໂລກໃນແງ່ດີ ບໍ່ອັກຄະຕິຕໍ່ພາສາໃດໜື່ງ ແລະ ເປິດໃຈຍອມຮັບ. ຄົນທີ່ເຂົາເກັ່ງກໍ່ຍອມຮັບເຂົາ ສອບຖາມບັນຫາ ແລກປ່ຽນຄວາມຄິດນຳເຂົາ .

ຖ້າເຂົາຂີ້ຄຸຍ ຖາມກະບໍ່ບອກ ແລະ ເວົ້າດູຖູກເຮົາ ກໍ່ບໍ່ຕ້ອງໄປສົນນຳເຂົາອີກ ບອກໂຕເອງໂລດເຮົາບໍ່ໄດ້ໄປຂໍເຂົ້າເຂົາກິນ , ຮຽນເອງກະໄດ້ໜາ ,

ຄິດໄວ້ວ່າຈັກມື້ເຮົາຕ້ອງເກັ່ງກວ່າເຂົາ . ທີ່ບອກໃຫ້ຄິດແນວນີ້ກໍ່ຍ້ອນວ່າຢາກໃຫ້ມີໃຈຮຽນເອງ
ຫຼາຍເທື່ອທີ່ເຫັນຄົນເກັ່ງບາງຄົນໃນຫ້ອງ ມັກຂີ້ຄຸຍ ຖາມກະບໍ່ຢາກບອກ ແລະ ວາງໂຕຕ່າງຈາກຄົນອື່ນຫຼາຍ.

ສະນັ້ນ ຈື່ງແນະນຳໃຫ້ຂຽນມົ້ວຄົນດຽວໄປກ່ອນ ຖ້າບໍ່ໄດແທ້ໆກໍ່ຈື່ງຖາມອາຈານ ຫຼື ໝູ່ຜູ້ທີ່ຮຽນໄດ້ ແລະ ເຂົາບໍ່ຍິ່ງໃສ່ເຮົາ .

ສຸດທ້າຍ ຂໍບອກວ່າ ຢ່າເຊົາຂຽນໂປຣແກຣມ ຖ້າເຊົາຂຽນທ່ານຈະຂຽນບໍ່ເປັນແນ່ນອນ

ไม่มีความคิดเห็น:

แสดงความคิดเห็น